ເສັ້ນທາງຕັນຂອງຄົນທຸກຍາກໃນທ່າມກາງ ໂຄວິດ-19

ກົດເພື່ອຟັງຂ່າວ

ໂດຍ: ລູກເມືອງພວນ

ໃນຂະນະນີ້, ທຸກຊາດໃນໂລກ ກຳລັງຫາມາດຕະການປ້ອງກັນ ແລະ ຕ້ານພະຍາດ ໂຄວິດ-19 ຢ່າງເຂັ້ມແຂງ, ເພາະໂຄວິດ-19 ມັນໄດ້ກິນຊີວິດໄປຫຼາຍກວ່າ 64.700 ຄົນໃນທົ່ວໂລກແລ້ວ ແລະ ຕັດສິນໃຈວາງມືດ້ານເສດຖະກິດຊົ່ວຄາວໄວ້ກ່ອນ.

ເມື່ອຈັດຕັ້ງປະຕິບັດມາດຕະການທີ່ວ່າ: ຫ້າມປະຊາຊົນອອກໄປຂ້າງນອກເພື່ອພົບປະພົວພັນ, ສຳຜັດກັນ ແລະ ຢູ່ໄລຍະຫ່າງທາງສັງຄົມນັ້ນ, ມີບາງຄອບຄົວທີ່ຮັ່ງມີກໍສາມາດປະຕິບັດໄດ້ດີ ດ້ວຍວີທີການຈັດກິດຈະກຳຢູ່ໃນເຮືອນຂອງຕົນ ເຊັ່ນ: ເບິ່ງໂທລະທັດ, ຫຼີ້ນເກມອອນລາຍ, ຟັງເພງ, ແຕ່ງຢູ່ຄົວກິນດ້ວຍອາຫານທີ່ມັກ…ແຕ່ຊໍ້າພັດກັບສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ບຸກຄົນ ແລະ ຄອບຄົວທີ່ທຸກຍາກຫາເຊົ້າກິນຄໍ່າ.

ຫຼີກຄວາມຕາຍຈາກພະຍາດໂຄວິດຍັງມີຫົນທາງເປັນໄປໄດ້ ແຕ່ຫຼີກຄວາມຕາຍຈາກຄວາມອຶດຫິວເຮັດຈັ່ງໃດ?

ນັ້ນຄືຫາງສຽງສະທ້ອນຈາກຄົນທຸກຈົນຫາເຊົ້າກິນຄໍ່າຈຳນວນໜຶ່ງ ຝາກເຖິງລັດຖະບານທຸກຊາດໃນຂະນະນີ້. ລັດຖະບານມີມາດຕະການແນວໃດເພື່ອຊ່ວຍພວກເຂົາເຈົ້າ?

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ