ຊອນ ຮອງມິນ ຂໍລາທັບໄກ່ເດືອຍທອງ ກັບໄປຝຶກທະຫານທີ່ບ້ານເກີດ 4 ອາທິດ

    ຊອນ ຮອງມິນ ກອງໜ້າຊາວ ສ.ເກົາຫຼີ ຂອງ ທ໋ອດແນມ ຮອດສະເປີ ທີມດັງໃນພຣີເມຍລີກ ອັງກິດ ກຽມກັບປະເທດເພື່ອເຂົ້າກົມຝຶກທະຫານເປັນເວລາ 4 ອາທິດ .

ซอน เฮือน มิน เป็นตัวหลักของทีมชาติเกาหลีใต้ และยังได้รับบทบาทเป็นกัปตันทีม

    ຕາມສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ທ໋ອດແນມ ຮອດສະເປີ ອະນຸຍາດໃຫ້ ຊົນ ເຮືອງມິນ ກອງໜ້າທີມຊາດ ສ.ເກົາຫຼີ ກັບໄປເຂົ້າຝຶກວິຊາທະຫານທີ່ບ້ານເກີດເປັນເວລາ 4 ອາທິດ, ໃນຊ່ວງທີ່ພຣີເມຍລີກ ອັງກິດ ເລື່ອນການແຂ່ງຂັນແບບບໍ່ມີກຳນົດ

    ສຳລັບ ຊອນ ຮອງມິນ ຈະໄດ້ເຂົ້າກົມເພື່ອຝຶກທະຫານ ເຖິງວ່າຕົນເອງຈະໄດ້ຮັບຂໍ້ຍົກເວັ້ນບໍ່ຕ້ອງໄປຝຶກທະຫານ 2 ປີກໍຕາມ, ຫຼັງຈາກເຄີຍພາທັບນັກກິລາໂສມຂາວຄວ້າແຊ້ມ ອາຊີເກມ ເມື່ອປີ 2018 ທີ່ປະເທດອິນໂດເນເຊຍ ເຊິ່ງເປັນໜຶ່ງໃນຂໍ້ຍົກເວັ້ນ ແຕ່ກໍຕ້ອງໄດ້ເຂົ້າຮັບການຝຶກເປັນເວລາ 4 ອາທິດຢູ່ດີ ໂດຍຕ້ອງໃຊ້ເວລາ 14 ວັນເພື່ອກັກຕົວຕິດຕາມອາການຫາເຊື້ອໄວຣັສໂຄວິດ-19 ກ່ອນທີ່ຈະເຂົ້າຝຶກໃນວັນທີ 20 ເມສານີ້.