ຕ້ານໂຄວິດແນວໃດໃນ ສປປ ລາວ?

ລູກເມືອງພວນ
ໃນສະຖານະການລວມຂອງການແຜ່ລະບາດພະຍາດໂຄວິດ-19 ໃນຂະນະນີ້ໄດ້ກວມຫຼາຍກວ່າ 200 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກແລ້ວ, ໃນນັ້ນກໍມີລາວເຮົາ, ຊຶ່ງລາວເຮົາມີຜູ້ຕິດເຊື້ອ 2 ຄົນທຳອິດໃນວັນທີ 24 ມີນາ, ມາເຖິງວັນທີ 2 ເມສານີ້ ພໍດີມີຜູ້ຕິດເຊື້ອ 10 ຄົນ ກໍເທົ່າກັບວ່າເປັນມື້ລະຄົນຕິດເຊື້ອໃນວັນຫນຶ່ງເທົ່ານັ້ນ.
ຕໍ່ໜ້າສະພາບການດັ່ງກ່າວ, ລັດຖະບານບໍ່ໄດ້ນີ່ງນອນໃຈ ແລະ ກໍ່ໄດ້ຮີບຟ້າວວາງຫຼາຍມາດຕະການອອກມາ ເພື່ອປ້ອງກັນ ແລະ ສະກັດກັ້ນເຊື້ອໄວຣັສໂຄວິດ-19 ຢ່າງທັນການແຕ່ຫົວທີ. ເລີ່ມທຳອິດກໍໄດ້ຈັດຊື້ເຄື່ອງໄມ້ ເຄື່ອງມື, ວັດຖຸອຸປະກອນ ເທັກໂນໂລຢີການແພດ ໂດຍສະເພາະແມ່ນເຄື່ອງຈັບ ແລະ ວັດແທກອຸນຫະພູມຮ່າງກາຍ ແຈກຢາຍໃຫ້ບັນດາດ່ານສາກົນ ແລະ ແຂວງຈຳນວນໜຶ່ງທີ່ມີຄວາມສ່ຽງ, ຈັດຕັ້ງຄະນະສະເພາະກິດເພື່ອຕິດຕາມ ແລະ ເຝົ້າລະວັງສະພາບໂຄວິດ ເພື່ອລາຍງານໃຫ້ລັດຖະບານເປັນປະຈຳໃນແຕ່ລະວັນ,ກ້າວມາປິດດ່ານຊາຍແດນປະເພນີ ແລະ ທ້ອງຖິ່ນຈຳນວນໜຶ່ງ, ງົດອອກວີຊາໃຫ້ຄົນຕ່າງປະເທດທີ່ຈະເຂົ້າມາລາວໄວ້ຊົ່ວຄາວ, ກັ່ນກອງຄົນເຂົ້າ-ອອກເມືອງຢ່າງລະອຽດ, ປິດສາຍການບິນ, ໂຮງຮຽນ ແລະ ສະຖານບັນເທີງ, ງານໂຮມຊຸມນຸມຕ່າງໆ ທີ່ມີມວນຊົນເຂົ້າຮ່ວມຫຼວງຫຼາຍ ເຊັ່ນໄດ້ຍົກເລີກງານມະຫານກຳກີລາແຫ່ງຊາດຄັ້ງທີ່ 11 ທີ່ແຂວງຊຽງຂວາງ, ງານສະເຫຼີມສະຫຼອງປະກາດທົ່ງໄຫຫີນຊຽງຂວາງເປັນມໍລະດົກໂລກ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະ ງານອື່ນໆອີກຫຼາຍງານ. ອອກມາດຕະການແຍກປ່ຽວ ແລະ ກັກຕົວຢູ່ໃນບໍລິເວນ ກໍຄືຢູ່ໃນເຮືອນຂອງໃຜລາວ…
ທັງໝົດນີ້ກໍເພື່ອປົກປ້ອງບໍ່ໃຫ້ພະຍາດດັ່ງກ່າວແຜ່ເຊື້ອມາໃສ່ປະເທດເຮົາ. ແຕ່ເຖິງຢ່າງໃດກໍດີ, ມາດຕະການດັ່ງກ່າວ ກໍພຽງແຕ່ເປັນການກະກຽມເບື້ອງຕົ້ນ ໃຫ້ແກ່ກໍລະນີສຸກເສີນເທົ່ານັ້ນ ແຕ່ຫາກຍັງບໍ່ທັນແມ່ນທົ່ວເຖິງທຸກກໍລະນີ ຫຼື ກວດໃຫ້ທົ່ວເຖິງປະຊາຊົນໄດ້ ແລະ ຄວາມພ້ອມທີ່ຈະຮັບມືໄດ້ຖ້າຫາກມີການລະບາດແຮງນັ້ນແມ່ນພວກເຮົາຈະຕ້ອງໄດ້ເພີ່ມຄວາມພະຍາຍາມຕື່ມຫລາຍ ກ່ວານີ້. ດັ່ງທີ່ທິມນັກຊ່ຽວຊານ ແລະ ແພດໝໍຂອງຈີນມາຊ່ວຍລາວຕ້ານໂຄວິດ-19 ເວົ້າດ້ວຍຄວາມຈິງໃຈວ່າ: ຖ້າຢູ່ລາວຫາກລະບາດໄປແຮງກວ່ານີ້ຈະຮັບມືບໍ່ໄຫວ ຍ້ອນວ່າ:
- ບຸກຄະລາກອນການແພດຂອງລາວບໍ່ພຽງພໍ
- ອຸປະກອນ ແລະ ເຄື່ອງມືທາງການແພດຍັງບໍ່ທັນສະໃໝ ແລະ ຂາດເຂີນ
- ເຄື່ອງຊ່ວຍຫາຍໃຈບໍ່ທັນມີຫຼາຍ.
- ໂຮງໝໍທີ່ຈະປິ່ນປົວບໍ່ທັນພ້ອມທາງດ້ານເຄື່ອງໄມ້ເຄື່ອງມື
- ການກັກຕົວເຮັດບໍ່ທັນໄດ້ດີ
- ຄົນລາວຍັງປະໝາດ, ບໍ່ທັນຈັດຕັ້ງປະຕິບັດຄຳສັ່ງຂອງລັດຖະບານໄດ້ດີເທົ່າທີ່ຄວນ.
- ກໍລະນີຜູ້ແຍກຕົວຍັງກິນເຂົ້າຮ່ວມກັນເປັນກຸ່ມກ້ອນ, ຢຸ່ພາຍນອກກໍໄປມາຫາສູ່ກັນເປັນປົກກະຕິ. ຖ້າແມ່ນຢູ່ ຈີນ ເພີ່ນຈະແຍກດ່ຽວເປັນບຸກຄົນບໍ່ຢູ່ຮ່ວມກັນ, ກິນກໍກິນໃຜກິນມັນ, ຢູ່ຮ່ວມກັນກໍຕ້ອງຢູ່ໄລຍະຫ່າງ. ອອກໄປໃສກໍໃຫ້ແຕ່ຜູ້ດຽວອອກໄປ, ຕອນກັບມາຕ້ອງຂ້າເຊື້ອ.
ພ້ອມກັນນີ້, ທິມຊ່ຽວຊານ ແລະ ແພດໝໍຈີນຍັງແນະນຳວ່າ: ເມື່ອລາວບໍ່ທັນມີຄວາມພ້ອມຄືແນວນັ້ນ, ທາງທີ່ດີທີ່ສຸດໃນການປ້ອງກັນບໍ່ໃຫ້ລະບາດອອກໄປເປັນວົງກວ້າງກວ່ານີກໍຄື:
- ແນະນຳໃຫ້ປະຊາຊົນຕ້ອງຢູ່ແຕ່ເຮືອນ, ບໍ່ໃຫ້ອອກໄປທາງນອກຖ້າບໍ່ມີຄວາມຈຳເປັນແທ້ໆ
- ອອກໄປຂ້າງນອກຕ້ອງໃສ່ຜ້າປິດປາກ-ດັງ, ໃສ່ຖົງມື.
- ລ້າງມືໃສ່ສູບເລື້ອຍໆ
- ເມື່ອອອກໄປທາງນອກກັບມາຕ້ອງອາບນໍ້າ ປ່ຽນເຄື່ອງກ່ອນເຂົ້າບ້ານ.
- ຄົນທີ່ເສຍສະຫຼະເພື່ອຊາດຕ້ອງຢູ່ເຮືອນ( Stay home stop Covid-19)
ນີ້, ຄືຄຳວິນິໄສຈາກໃຈຈິງຂອງທີມແພດໝໍ ແລະ ຊ່ຽວຊານຈີນມາຊ່ວຍລາວຕ້ານພະຍາດໂຄວິດ-19. ປະຊາຊົນລາວເຮົາຕ້ອງເຊື່ອຟັງຄຳແນະນຳດັ່ງກ່າວ ຖ້າບໍ່ຢາກໃຫ້ປະເທດລາວ ຕົກຢູ່ໃນວິກິດທີ່ຮ້າຍແຮງໄປກວ່ານີ້ ແລະ ກ່ອນຈະສວາຍເກີນແກ້.

