ໂກໂຕຄຸ ຊາກາອິ ນັກເຕະຄົນທຳອິດໃນເຈລີກຕິດເຊື້ອໄວຣັສໂຄວິດ-19


ສະໂມສອນບານເຕະ ວິສເຊວ ໂກເບ ທີມດັງໃນເຈລີກ ຕົ້ນສັງກັດຂອງ
ໂກໂຕຄຸ ຊາກາອິ ອາຍຸ 29 ປີ ອະດີດກອງຫຼັງທີມຊາດຢີ່ປຸ່ນ ໄດ້ອອກມາຖະແຫຼງຢືນຢັນວ່າ:
ຜົນກວດເຊື້ອໂຄວິດ-19 ຂອງ ຊາກາອິ ເປັນບວກ ເຮັດໃຫ້ ຊາກາອິ ກາຍເປັນນັກເຕະໃນເຈລີກ ຫຼື
ລີກບານເຕະສູງສຸດຂອງຢີ່ປຸ່ນທີ່ຕິດເຊື້ອໄວຣັສດັ່ງກ່າວ.

ໂດຍສະໂມສອນໄດ້ເປີດເຜີຍວ່າ: ຊາກາອິ
ເລີ່ມມີອາການໄຂ້, ໄອ ເຂົ້ານິຍາມເຊື້ອໄວຣັສໂຄວິດ-19 ແຕ່ວັນທີ 25 ມີນາຜ່ານມາ ແລະ
ອາການໜັກຂຶ້ນເລື້ອຍໆ ຈຶ່ງເຂົ້າກວດເມື່ອວັນເສົາຜ່ານມາ
ກ່ອນຜົນກວດຫຼ້າສຸດວ່າຕິດເຊື້ອໄວຣັສດັ່ງກ່າວ, ເມື່ອທາງສະໂມສອນໄດ້ຊາບຜົນກວດກໍແຈ້ງຄູຝືກ,
ນັກເຕະ ລວມເຖິງບຸກຄະລາກອນໃນທີມ ກັກຕົວ ແລະ ເຝົ້າຕິດຕາມອາການຕົນເອງ ເຊິ່ງປັດຈຸບັນນີ້ຍັງບໍ່ມີບຸກຄົນໃນທີມມີອາການປ່ວຍແຕ່ຢ່າງໃດ.

ພ້ອມດຽວກັນນີ້ ສະໂມສອນ ໄດ້ຕັດສິນໃຈປິດສະໜາມຊ້ອມອອກໄປກ່ອນຊົ່ວຄາວ ເພື່ອທຳການຂ້າເຊື້ອ ແລະ ລໍຖ້າຈົນແນ່ໃຈວ່າບໍ່ມີໃຜໃນທີມຕິດເຊື້ອໄວຣັສດັ່ງກ່າວເພີ່ມ ຈຶ່ງກັບມາຊ້ອມ ຫຼື ວາງແຜນກຽມທີມຕໍ່ ໂດຍຕາມກຳນົດຂອງ ເຈລີກ ຄືກັບມາແຂ່ງວັນທີ 9 ພຶດສະພານີ້.

