ສ.ເກົາຫລີ ຈະໃຫ້ເງິນຊ່ວຍເຫລືອຄອບຄົວ ແລະ ງົດເວັ້ນຄ່າໃຊ້ຈ່າຍບາງສ່ວນໃຫ້ທຸລະກິດ

ປະທານາທິບໍດີ ມຸນ ແຈອິນ ຜູ້ນຳ ສ.ເກົາຫລີ ປະກາດວ່າຈະຈ່າຍເງິນສຸກເສີນໃຫ້ຄອບຄົວສ່ວນຫລາຍຂອງປະເທດ ໂດຍຈະຈ່າຍເງິນຊ່ວຍເຫລືອຄອບຄົວລະ 1 ລ້ານວອນ ຍົກເວັ້ນຄອບຄົວຮັ່ງມີ 30% ທຳອິດຂອງປະເທດ. ຂະນະດຽວກັນ ຍັງຈະຮ່າງງົບປະມານເພີ່ມໃນເດືອນໜ້າ ເພື່ອບັນເທົາຜົນກະທົບທາງເສດຖະກິດຈາກການແຜ່ລະບາດຂອງໂຣກຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19.
ການຊ່ວຍເຫລືອດັ່ງກ່າວຖືເປັນມາດຕະການຫລ້າສຸດທີ່ລັດຖະບານນຳມາໃຊ້ເພື່ອຫລຸດແຮງກົດດັນທີ່ມີຕໍ່ເສດຖະກິດຂອງ ສ.ເກົາຫລີ ຂະນະທີ່ກຳລັງຕໍ່ສູ້ກັບການລະບາດຂອງໄວຣັສ ໂດຍມາດຕະການກ່ອນໜ້ານີ້ ມີທັງການຫລຸດອັດຕາດອກເບ້ຍ, ຮ່າງງົບປະມານເພີ່ມ 11,7 ຕື້ວອນ ແລະ ໃຫ້ການຊ່ວຍເຫລືອບໍລິສັດຕ່າງໆ ເປັນເງິນລວມ 100 ຕື້ວອນ.
ຂະນະດຽວກັນ, ຜູ້ນຳ ສ.ເກົາຫລີ ຍັງກ່າວອີກວ່າ: ທ່ານຈະສະເໜີຮ່າງງົບປະມານເພີ່ມອີກໃຫ້ສະພາພິຈາລະນາໃນເດືອນເມສາ ແລະ ຍັງຈະໃຫ້ບໍລິສັດຂະໜາດກາງ ແລະ ຂະໜາດນ້ອຍໄດ້ຮັບການຍົກເວັ້ນ ບໍ່ຕ້ອງຈ່າຍຄ່າປະກັນ ແລະ ຄ່າສາທາລະນູປະໂພກບາງສ່ວນສຳລັບເດືອນນີ້ນຳອີກ.

