ລາວພົບຜູ້ຕິດເຊື້ອເພີ່ມ 1 ຄົນ ລວມ ເປັນ 9 ຄົນ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ໄດ້ຖະແຫລງວ່າ: ລ່າສຸດໃນວັນທີ 30 ມີນານີ້ ກວດພົບຜູ້ຕິດເຊື້ອເພີ່ມ 1 ຄົນ ເປັນເພດຍິງ ອາຍຸ 22 ປີ ຢູ່ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ. ຜູ້ກ່ຽວມີປະຫວັດການເດີນທາງມາແຕ່ປະເທດໄທ. ປະຈຸບັນໄດ້ເອົາເຂົ້ານອນປິ່ນປົວຢູ່ ໂຮງໝໍມິດຕະພາບດ້ວຍອາການເບົາບາງ, ມີໄຂ້, ໄອ, ນ້ຳມູກ, ສາມາດຍ່າງໄປມາ ແລະ ຊ່ວຍເຫຼືອຕົນເອງໄດ້.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ໃຫ້ຮູ້ວ່າ: ໃນວັນທີ 29 ມີນາ ມີກໍລະນີສົງໄສ 64 ກໍລະນີ ທີ່ໄດ້ຕິດຕາມຢູ່ໂຮງໝໍແຂວງຕ່າງໆໃນ ນະຄອນຫລວງວຽງຈັນ 49 ກໍລະນີ, ຫລວງພະບາງ 11 ກໍລະນີ, ສາລາວັນ 2 ກໍລະນີ, ໄຊຍະບູລີ ແລະ ຜົ້ງສາລີ ແຂວງລະ 1 ກໍລະນີ. ຜົນກວດວິເຄາະ 63 ກໍລະນີເປັນລົບ ແລະ ມີຫນຶ່ງກໍລະນີເປັນບວກຄືເພດຍິງ ອາຍຸ 22 ປີ ດັ່ງກ່າວທີ່ມີປະຫັວດການເດີນທາງມາຈາກ ປະເທດໄທ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອໃນລາວເຮົາເພິ່ມເປັນ 9 ຄົນ, ຢ່າງຫນ້າເປັນຫ່ວງ.

