ອັງກິດເຕືອນ!ຈົງໃຈ ໄອໃສ່ໜ້າຄົນອື່ນ ມີໂທດຈຳຄຸກ

ລູກເມືອງພວນ

ຜູ້ໃດຫາກຮູ້ວ່າຕົນເອງຕິດເຊື້ອ ໂຄວິດ-19, ແລ້ວຈົງໃຈໄອໃສ່ໜ້າເຈົ້າໜ້າທີ່ໜ່ວຍກູ້ໄພດ່ວນ ອາດຈະຖືກດຳເນີນຄະດີໃນຂໍ້ຫາທຳລາຍຄົນອື່ນ ຈຳຄຸກ 2 ປີ.

ນັ້ນຄືຄຳກ່າວເຕືອນຂອງ Max Hill ຫົວໜ້າອົງການໄອຍະການຂອງ ອັງກິດ ອອກມາຖະແຫຼງໃນວັນທີ 26 ມີນານີ້ ເພາະຜ່ານມາມີຫຼາຍຄົນຈົງໃຈໄອໃສ່ໜ້າເຈົ້າໜ້າທີ່ຕຳຫຼວດ, ເຈົ້າໜ້າທີ່ໜ່ວຍກູ້ໄພດ່ວນ ແລະ ພະນັກງານຂາຍເຄື່ອງ.

ທ່ານ Max Hill ໃຫ້ຮູ້ວ່າ ໃນຂະນະທີ່ທົ່ວທັງສັງຄົມກຳລັງສາມັກຄີກັນຕ້ານພະຍາດ ໂຄວິດ-19 ນີ້, ກຳລັງເຈົ້າໜ້າທີ່ມີບົດບາດກວ່າເວລາໃດໝົດ. ຖ້າຜູ້ໃດຫາກຮູ້ວ່າຕົນເອງຕິດເຊື້ອແລ້ວ, ຈົງໃຈໄອໃສ່ໜ້າເຈົ້າໜ້າທີ່ຈະມີຄວາມຜິດທີ່ຮ້າຍແຮງ. ດັ່ງນັ້ນ ຈຳເປັນຕ້ອງມີມາດຕະກາຮຢັບຢັ້ງພຶດຕິກຳດັ່ງກ່າວ.

ເຊື້ອໄວຣັສ ໂຄວິດ-19 ຕິດໃສ່ຄົນອື່ນໂດຍຜ່ານເມັດນໍ້າລາຍຈາກການໄອ, ຈາມກະເດັນໄປໃສ່ຄົນອື່ນ ໂດຍຜ່ານທັງຮູປາກ, ດັງ ເຂົ້າໄປໃນຮ່າງກາຍ. ພະຍາດດັ່ງກ່າວອາດຈະຕິດຢູ່ຕາມພື້ນຜິວສິ່ງຂອງວັດຖຸ ແລະ ມີຊີວິດຢູ່ໄດ້ຫຼາຍວັນ, ຄົນເຮົາອາດລູບຄຳສີ່ງຂອງວັດຖຸ ແລ້ວເອົາມາລູບຄຳໃສ່ປາກ, ດັງ ແລ້ວສູບເອົາເຂົ້າໄປຫາປອດ./.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ