ບໍລິຄຳໄຊປ່ອຍຕົວນັກໂທດກ່ອນກຳນົດ 26 ຄົນ

ເມື່ອບໍ່ດົນມານີ້, ຄ້າຍຄຸມ ຂັງ-ດັດສ້າງກອງບັນຊາການ ປກສ ແຂວງບໍລິຄຳໄຊໄດ້ປະ ກາດປ່ອຍຕົວນັກໂທດກ່ອນກຳນົດຈໍາ ນວນ 26 ຄົນ, ທີ່ມີການ ດັດສ້າງຕົນເອງດີໃນນີ້ນັກ ໂທດ ຄະດີຢາເສບຕິດ 21 ຄົນ, ມີວັດ ຖຸລະເບີດໄວ້ຄອບຄອງ 2 ຄົນ, ໃຊ້ເງິນ ປອມ ແລະ ລະເມີດກົດ ລະບຽບຈະລາຈອນພາໃຫ້ເກີດ ອຸປະຕິເຫດປະເພດລະໜຶ່ງຄົນ ເພື່ອປະຕິບັດຕາມຄໍາຕັດສີນ ຂອງສານ ປະຊາຊົນແຂວງ, ຫລັງ ຈາກເຫັນວ່າ ນັກໂທດດັ່ງ ກ່າວດັດສ້າງຕົນເອງ ໄດ້ດີມີ ຄວາມກ້າວໜ້າ ແລະ ເອົາໃຈໃສ່ ປະຕິບັດລະບຽບ ຂອງຄ້າຍຄຸມ ຂັງເຂັ້ມງວດ, ຈຶ່ງໄດ້ຮັບການ ອະໄພຍະໂທດປ່ອຍຕົວເພື່ອກັບຄືນສູ່ຄອບຄົວ ແລະ ສັງຄົມ, ຕັ້ງໜ້າປະກອບອາຊີບ ດ້ວຍຄວາມ ຊື່ສັດບໍລິສຸດ ແລະ ບໍ່ໄປກະທຳ ຜິດຊ້ຳອີກ, ເອົາໃຈໃສ່ ພັດທະນາຕົນເອງໃຫ້ເປັນຄົນດີຂອງສັງຄົມ.

 

+ 9 ນັກໂທດປະຫານຍິງໜ້າຕາງາມ

+ ຫລວງພະບາງປ່ອຍນັກໂທດຜູ້ດັດສ້າງດີກ່ອນກຳນົດ