ສປປ ເກົາຫລີ ຍິງທົດລອງລູກສອນໄຟຕໍ່ຕ້ານເຮືອຮົບ

ກອງທັບ ສ.ເກົາຫລີ ລະບຸວ່າ: ສປປ ເກົາຫລີ ໄດ້ຍິງທົດລອງລູກສອນໄຟຕໍ່ຕ້ານເຮືອຮົບໄລຍະໃກ້ຈາກພາກພື້ນດິນຈາກເມືອງວອນຊານ ແລະ ໄປຕົກລົງທະເລຫ່າງອອກໄປປະມານ 200 ກິໂລແມັດ ເຊິ່ງຢູ່ທາງຕາເວັນອອກຂອງແຫລມເກົາຫລີ.
ເຖິງວ່າການທົດລອງລູກສອນໄຟຂອງ ສປປ ເກົາຫລີ ຫລາຍເທື່ອໃນປີນີ້ຈະບໍ່ປະສົບຜົນສຳເລັດ, ແຕ່ຖືວ່າລະເມີດຕໍ່ມາດຕະການຂວ້ຳບາດຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ເຮັດໃຫ້ນາໆຊາດເກີດຄວາມແຕກຕື່ນ ເຊິ່ງຜູ້ຊ່ຽວຊານຢ້ານວ່າ: ການທົດລອງຫລາຍເທື່ອອາດໝາຍເຖິງຄວາມຄືບໜ້າຂອງໂຄງການພັດທະນາລູກສອນໄຟ ເພື່ອຕິດຕັ້ງຫົວຮົບນິວເຄຼຍ.
+ UNSC ຜ່ານຍັດຕິລົງໂທດເຈົ້າໜ້າທີ່ ແລະ ອົງການ ສປປ ເກົາຫລີ
+ ສປປ ເກົາຫລີ ຍິງລູກສອນໄຟສະກັດ ຕົກໃນນ່ານນ້ຳຍີ່ປຸ່ນ
+ ກອງທັບ ສ.ເກົາຫລີ ຄາດວ່າ ວັດຖຸທີ່ຂ້າມແດນມາເປັນບອນລູນຈາກ ສປປ ເກົາຫລີ
ເຖິງຢ່າງໃດກໍຕາມ, ສຳນັກຂ່າວຍອນຮັບຂອງ ສ.ເກົາຫລີ ລາຍງານວ່າ: ການທົດລອງລູກສອນໄຟເທື່ອຫລ້າສຸດນີ້ເປັນລູກສອນໄຟຣ່ອນ ຈຶ່ງບໍ່ຖືວ່າລະເມີດມະຕິຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເຊິ່ງຫ້າມທົດລອງລູກສອນໄຟແບບນຳຣ່ອງ.
ໂຄສົກກອງທັບ ສ.ເກົາຫລີ ຖະແຫລງວ່າ: ການທົດລອງລູກສອນໄຟເທື່ອຫລ້າສຸດນີ້ ສະແດງໃຫ້ເຫັນວ່າ: ສປປ ເກົາຫລີ ພຽງແຕ່ຢາກໂອ້ອວດປະສິດທິພາບທີ່ສາມາດເລັ່ງເປົ້າໃສ່ເຮືອຮົບຂະໜາດໃຫຍ່ໄດ້, ພາຍຫລັງ ສ.ເກົາຫລີ ໄດ້ຮ່ວມຊ້ອມຮົບກັບກອງເຮືອບັນທຸກເຮືອບິນຂອງອາເມລິກາເມື່ອມໍ່ໆມານີ້.
ລູກສອນໄຟຣ່ອນຕໍ່ຕ້ານເຮືອຮົບປົກກະຕິແລ້ວຈະຣ່ອນໄປເໜືອຜິວນ້ຳ ໂດຍໃນປີ 2012 ສປປ ເກົາຫລີ ເຄີຍນຳເອົາລູກສອນໄຟຊື່ ສະຕິງ ອອກມາສະແດງລະຫວ່າງເດີນສວນສະໜາມ ແລະ ຜູ້ຊ່ຽວຊານເຊື່ອວ່າ: ຜ່ານມາ ສປປ ເກົາຫລີ ຍັງທົດລອງລູກສອນໄຟແບບນຳຣ່ອງຕໍ່ຕ້ານເຮືອຮົບບໍ່ສຳເລັດ.
ສ່ວນການທົດລອງກ່ອນໜ້ານີ້ ຄືໃນວັນທີ 29 ພຶດສະພາ, ສປປ ເກົາຫລີ ຍິງລູກສອນໄຟສະກັດ ຈາກບໍລິເວນດຽວກັນໄປຕົກຫ່າງອອກໄປປະມານ 450 ກິໂລແມັດ.
ໃນວັນທີ 2 ມິຖຸນາ, ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໄດ້ມີມະຕິເປັນເອກະພາບ ຜ່ານມາດຕະການຂວ້ຳບາດ ສປປ ເກົາຫລີ ເທື່ອໃໝ່ ແບບເຈາະຈົງສະເພາະບຸກຄົນ ແລະ ອົງການ. ຂະນະທີ່ອາເມລິກາໄດ້ຮ່ວມຊ້ອມຮົບກັບກອງທັບເຮືອປ້ອງກັນຕົນເອງຂອງຍີ່ປຸ່ນ ແລະ ກອງທັບ ສ.ເກົາຫລີ ລວມທັງຕິດຕັ້ງລະບົບຕໍ່ຕ້ານລູກສອນໄຟ THAAD ຢູ່ ສ.ເກົາຫລີ.
ເຖິງຢ່າງໃດກໍຕາມ, ລັດຖະບານ ສ.ເກົາຫລີ ລະບຸໃນວັນທີ 7 ມິຖຸນານີ້ວ່າ: ໄດ້ລະງັບແຜນເພີ່ມຕື່ມ ການຕິດຕັ້ງລະບົບດັ່ງກ່າວເອົາໄວ້ກ່ອນ ຈົນກວ່າຈະຕີລາຄາຜົນກະທົບດ້ານສິ່ງແວດລ້ອມສຳເລັດ.

