ອະນາໄມໂລກກະຕຸ້ນທຸກປະເທດເລັ່ງໂຕ້ກັບໄວຣັສໂຄໂຣນາ

ຜູ້ອຳນວຍການອົງການອະນາໄມໂລກ ກ່າວວ່າ: ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໃຊ້ເວລາຍັງບໍ່ຮອດ 3 ເດືອນ ໃນການເຮັດໃຫ້ຊາວໂລກບໍ່ສະບາຍ 300.000 ກວ່າຄົນ ທຸກປະເທດບໍ່ຄວນຕັ້ງຮັບຢ່າງດຽວ ແຕ່ຕ້ອງຕອບໂຕ້ຢ່າງມີປະສິດທິພາບ.
ທ່ານ ເທດຣອສ ແອດນາຮອມ ເກເບຣເຢຊຸສ ຜູ້ອຳນວຍການອົງານອະນາໄມໂລກ (WHO) ຖະແຫລງໃນວັນທີ 23 ມີນາວ່າ: ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ໂຄວິດ-19” ກຳລັງແຜ່ລະບາດໃນ 195 ປະເທດ ແລະ ດິນແດນ ໃຊ້ເວລາພຽງ 67 ວັນນັບແຕ່ມີການຢືນຢັນຜູ້ປ່ວຍຄົນທຳອິດຢູ່ຈີນ ໃນເດືອນທັນວາປີຜ່ານມາ ໃນການສົ່ງຜົນໃຫ້ມີຜູ້ປ່ວຍທົ່ວໂລກເກີນ 100.000 ຄົນທຳອິດ.
ເຖິງຢ່າງໃດກໍຕາມ, ເຊື້ອໂຣກດັ່ງກ່າວໃຊ້ເວລາອີກພຽງ 11 ວັນ ໃນການເຮັດໃຫ້ມີຜູ້ຕິດເຊື້ອເພີ່ມອີກ 100.000 ຄົນ ແລະ ອີກພຽງ 4 ວັນເທົ່ານັ້ນ ໃນການສົ່ງຜົນໃຫ້ມີຜູ້ປ່ວຍເພີ່ມອີກ 100.000 ຄົນ. ປັດຈຸບັນທົ່ວໂລກມີຜູ້ຕິດເຊື້ອຫລາຍກວ່າ 370.000 ຄົນ, ເສຍຊີວິດລວມກັນຫລາຍກວ່າ 16.000 ຄົນ ແຕ່ມີຜູ້ໄດ້ຮັບການປິ່ນປົວຈົນຫາຍດີແລ້ວຫລາຍກວ່າ 100.000 ຄົນ.
ທ່ານ ເທດຣອສ ກ່າວຕໍ່ໄປວ່າ: ສະຖິຕິທີ່ອອກມາບົ່ງບອກວ່າ: ໂຄວິດ-19 ເຊິ່ງ WHO ປະກາດໃຫ້ເປັນ “ພາວະສຸກເສີນດ້ານສາທາລະນະສຸກສາກົນ” ໃນວັນທີ 30 ມັງກອນ ແລະ ຍົກລະດັບເປັນ “ໂຣກລະບາດໃຫຍ່” ໃນວັນທີ 11 ມີນາຜ່ານມາ ຍັງແຜ່ລະບາດຢ່າງວ່ອງໄວ ແຕ່ໂລກຈະເປັນຝ່າຍຕັ້ງຮັບຢ່າງດຽວບໍ່ໄດ້ ຕ້ອງຕອບໂຕ້ຢ່າງມີປະສິດທິພາບ.
ຂະນະດຽວກັນ ຜູ້ອຳນວຍການ WHO ກ່າວເຖິງການທີ່ບຸກຄະລາກອນການແພດເສຍຊີວິດລະຫວ່າງປະຕິບັດພາລະກິດຕໍ່ສູ້ກັບໂຄວິດ-19 ເພີ່ມຂຶ້ນວ່າ: ແນ່ນອນເປັນສະຖານະການທີ່ໜ້າກັງວົນ, ແຕ່ WHO ບໍ່ເຄີຍເມີນເສີຍ ໂດຍຈະມີການພົບປະຫາລືກັບລັດຖະບານຂອງສະມາຊິກກຸ່ມປະເທດເສດຖະກິດຂະໜາດໃຫຍ່ 20 ແຫ່ງ ຫລື G20 ພາຍໃນອາທິດນີ້ ກ່ຽວກັບການເພີ່ມການຜະລິດອຸປະກອນການແພດ ແລະ ໂຈະຂໍ້ຈຳກັດໃນການສົ່ງອອກສິນຄ້າດ້ານສາທາລະນະສຸກ.
ນອກຈາກນີ້, ທ່ານ ເທດຣອສ ກ່າວເຖິງການທີ່ທົ່ວໂລກຮ່ວມກັນໃຊ້ມາດຕະການ “ໄລຍະຫ່າງທາງສັງຄົມ” ແລະ “ການປິດເມືອງ” ຫລື ເຖິງຂັ້ນທີ່ລັດຖະບານຫລາຍປະເທດຕັດສິນໃຈ “ປິດປະເທດ” ວ່າໃນໄລຍະໜຶ່ງເປັນພຽງ “ການຫລຸດຄວາມໄວ” ໃນການແຜ່ລະບາດຂອງເຊື້ອໂຣກ ຫລື ເປັນພຽງ “ການຊື້ເວລາ” ໃນຫ້ວງເວລາໜຶ່ງເທົ່ານັ້ນ. ການດຳເນີນການຢ່າງມີປະສິດທິພາບໃນການຄັດກອງ, ກວດຫາ, ປິ່ນປົວ ແລະ ກັກບໍລິເວນຜູ້ປ່ວຍ ລວມທັງກຸ່ມເຝົ້າລະວັງ ຍິ່ງຈິງຈັງ ແລະ ມີຄວາມລະອຽດຫລາຍເທົ່າໃດ ຍິ່ງສາມາດຕີກອບຂອງໂຣກໄດ້ຫລາຍຂຶ້ນເທົ່ານັ້ນ. ຜູ້ອຳນວຍການ WHO ເປັນກຳລັງໃຈໃຫ້ທຸກຝ່າຍ ວ່າໂລກສາມາດຮ່ວມກຳລັງກັນ “ປ່ຽນແນວວິຖີ” ຂອງໂຣກນີ້ໄດ້.

