ໂກລົມບີ ຈະກັກປະເທດ 19 ມື້

    ຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ອີວານ ດູເກ້ ແຫ່ງໂກລົມບີ ປະກາດຈະກັກປະເທດເປັນເວລາ 19 ມື້ ເຊິ່ງເລີ່ມແຕ່ວັນທີ 24 ມີນານີ້ ແລະ ຖືເປັນມາດຕະການຮຸນແຮງທີ່ສຸດໃນອາເມລິກາໃຕ້ ເພື່ອສະກັດກັ້ນການຕິດເຊື້ອໄວຣັສໂຄວິດ-19 ທີ່ລະບາດຢ່າງໄວວາ.

    ປະທານາທິບໍດີ ກ່າວວ່າ: ມາດຕະການນີ້ຈະຈຳກັດການອອກນອກ​ເຮືອນຂອງປະຊາຊົນຢ່າງເຂັ້ມງວດ ເພາະມີຄວາມຈຳເປັນຫລາຍໃນການສະກັດກັ້ນເຊື້ອຍາດພະດັ່ງກ່າວໃນຫລາຍອາທິດຕໍ່ໜ້າຈະເປັນໂອກາດໃຫ້ທຸກຄົນໄດ້ຊ່ວຍກັນກຳຈັດໄວຣັສ ໂດຍມາດຕະການລະດັບປະເທດນີ້ຈະບໍ່ລຶບລ້າງມາດຕະການຂອງທ້ອງຖິ່ນທີ່ບັງຄັບໃຊ້ຢູ່ແລ້ວ.

ໂຄສົກລັດຖະບານ ​ເປີດເຜີຍວ່າ: ຈະຖະແຫລງລາຍລະອຽດກ່ຽວກັບການກັກປະເທດກ່ອນວັນທີ 23 ມີນານີ້, ຂະນະທີ່ແຫລ່ງຂ່າວ​ເປີດເຜີຍວ່າ: ການຫ້າມອອກນອກ​ເຮືອນຈະຍົກເວັ້ນສະເພາະເຈົ້າໜ້າທີ່ທາງການແພດ, ເຈົ້າໜ້າທີ່ຄວາມໝັ້ນຄົງ, ພະນັກງານຮ້ານຂາຍຢາ ແລະ ຮ້ານຂາຍ​ເຄື່ອງ​ຍ່ອຍ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ