ຢ່າແຕກຕື່ນ, ຕົກໃຈ, ຢ້ານກົວເກີນກ່ວາເຫດ

ລູກເມືອງພວນ

ກົດເພື່ອຟັງຂ່າວ

ສະບາຍດີທ່ານຜູ້ອ່ານທີ່ຮັກແພງທັງຫຼາຍ! ຢູ່ຕໍ່ໜ້າສະພາບການຂອງການລະບາດພະຍາດໂຄວິດ-19 ໄປທົ່ວໂລກຢູ່ໃນຂະນະນີ້. ເຖິງແມ່ນລາວເຮົາຍັງບໍ່ທັນພົບເຫັນກໍລະນີຜູ້ຕິດເຊື່ອໄວຣັສກໍຕາມ ແຕ່ກໍໄດ້ຮັບຜົນກະທົບທາງດ້ານເສດຖະກິດຢ່າງໜັກໜ່ວງຄືກັນກັບບັນດາປະເທດ

ອື່ນໆ ແລະ ກໍເນື່ອງຈາກວ່າລາວເຮົາຍັງບໍ່ທັນພົບເຫັນຜູ້ຕິດເຊື້ອນີ້ເອງ ຈຶ່ງໄດ້ກາຍເປັນປະເດັນຈຸດສົນໃຈຂອງພວກຄົນບໍ່ດີຈຳນວນໜຶ່ງ ໃນຂະນະທີ່ປະເທດເພື່ອນບ້ານອ້ອມຂ້າງພວກເຮົາມີຜູ້ຕິດເຊື້ອໂຄວີດ-19 ໄປແລ້ວ, ຊຶ່ງພວກເຂົາໄດ້ອອກແຮງສ້າງກະແສ ປັ່ນປ່ວນ, ຍຸແຍ່, ໃສ່ຮ້າຍປ້າຍສີຕ່າງໆນາໆສາລະພັດຢ່າງ ເພື່ອໃຫ້ປະຊາຊົນແຕກຕື່ນ, ສັງຄົມບໍ່ມີຄວາມສະຫງົບ ແລະ ເຮັດໃຫ້ປະຊາຊົນບໍ່ມີຄວາມເຊື່ອໝັ້ນຕໍ່ພັກ-ລັດຖະບານໃນຂະນະນີ້.

ໂດຍສະເພາະແມ່ນພາຍຫຼັງທີ່ລັດຖະບານລາວໄດ້ວາງ 9 ມາດຕະການທີ່ເຂັ້ມງວດ ແລະ ຮັດກຸ່ມທີ່ສຸດ ເພື່ອປ້ອງກັນພະຍາດໂຄວິດ-19 ບໍ່ໃຫ້ເຂົ້າມາລາວ, ໃນນັ້ນໄດ້ປະກາດຢຸດຕິການຮຽນ-ການສອນທຸກລະດັບຊັ້ນທົ່ວປະເທດຊົ່ວຄາວ, ງົດການອອກວິຊາກັບດ່ານຊາຍແດນໃຫ້ກັບຄົນຕ່າງປະເທດເຂົ້າມາລາວ ແລະ ປິດດ່ານທ້ອງຖິ່ນ, ປະເພນີຈຳນວນໜຶ່ງທົ່ວປະເທດ…ໄດ້ເຮັດໃຫ້ພວກເຂົາຈັບເອົາປະເດັນດັ່ງກ່າວ ໂຄສະນາປ່າວຂ່າວ ສ້າງກະແສປັ່ນປ່ວນຊວນເຊື່ອ ໃຫ້ປະຊາຊົນຕື່ນຕົກໃຈວ່າ ລັດຖະບານຈະປິດປະຕູປະເທດ ຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ, ປິດສຳນັກງານອົງການ ແລະ ໂຈະທຸກການເຄື່ອນໄຫວ ກິດຈະການທາງສັງຄົມ. ຈາກປະເດັນດັ່ງກ່າວ, ມີປະຊາຊົນຈຳນວນໜຶ່ງກໍຫຼົງເຊື່ອ ຈຶ່ງພ້ອມກັນເຮີ່ຊອກຊື້ສິນຄ້າ, ອາຫານການກິນມາສະສົມໄວ້ ອັນສ້າງຄວາມຕື່ນຕົກໃຈໄປທົ່ວສັງຄົມໃນຂະນະນີ້.

ນະໂອກາດນີ້, ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຢ່າໄດ້ແຕກຕື່ນເກີນໄປຕໍ່ກັບຄຳໂຄສະນາປ່າວຂ່າວດັ່ງກ່າວ, ຈົ່ງມີສະຕິວິຈາລະຍານໃນການເສບຂ່າວໃນສື່ສັງຄົມອອນລາຍ, ແຕ່ບໍ່ໝາຍຄວາມວ່າທຸກໆສື່ລ້ວນແຕ່ຜິດພາດ ແລະ ສວຍໂອກາດຫຼອກລວງປະຊາຊົນດອກ. ພວກເຮົາຈົ່ງມີຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ ແລະ ລັດຖະບານຍາມວິກິດຄືແນວນີ້. ແມ່ນແຕ່ສົງຄາມທີ່ຮ້າຍກາດ ໃນເມື່ອກ່ອນ ພັກກໍຍັງສາມາດ ນຳພາເອົາປະເທດຊາດມາເຖິງຈຸດໃນມື້ນີ້ໄດ້. ຖ້າພວກເຮົາທຸກຄົນຫາກຕັດສິນໃຈ ສາມັກຄີກັນຢູ່ອ້ອມຂ້າງພັກ, ໃຫ້ການຮ່ວມໄມ້ຮ່ວມມືເປັນຈິດໜຶ່ງໃຈດຽວກັບລັດຖະບານ ຈະບໍ່ມີຫຍັງທີ່ບໍ່ເອົາຊະນະໄດ້, ແມ່ນແຕ່ໄວຣັສ ໂຄໂຣນາ ກໍຕ້ອງປະລາໄຊຢ່າງແນ່ນອນ. ຂໍວອນສັງຄົມຢ່າໄດ້ແຕກຕື່ນເກີນກວ່າເຫດ, ຈົ່ງມີສະຕິປ້ອງກັນຕົວເອງ ບໍ່ປະໝາດ ຈະເປັນການດີທີ່ສຸດ. ຕົວເຮົາເອງຕ້ອງເປັນເຮົາເອງສາກ່ອນ ກ່ອນທີ່ຈະໃຫ້ຜູ້ອື່ນ ແລະ ສັງຄົມຊ່ວຍເຮົາ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ