ໂດເຣຍຕັ້ນ ໂກເມສ ນັກເຕະເບຣຊີນຕິດເຊື້ອໄວຣັສໂຄວິດ-19 ຈາກໄທ…!

    ໂດເຣຍຕັ້ນ ໂກເມສ ດາວເຕະຊາວເບຣຊີນ ຫາກໍ່ເດີນທາງກັບຈາກກຸງເທບ ປະເທດໄທ, ຫຼັງຈາກເຂົ້າເເຄ້ມຝຶກຊ້ອມ ແລະ ເກັບຕົວ ພ້ອມກັບ ທີມ  ພີທີ ປະຈວບ ເອຟຊີ ເປັນເວລາ 30 ວັນ, ແລ້ວໄດ້ເດີນທາງກັບໄປຍັງ ສປ.ຈີນ, ເມື່ອເຈົ້າໜ້າທີີ່ສາທາລະນະສຸກຈີນໄດ້ກັກຕົວ ແລະ ຫາຜົນກວດປະກົດວ່າ ໂດເຣຍຕັນ ມີຜົນເປັນບວກ.

       ຫຼ້າສຸດ ໂດເຣຍຕັ້ນ ໂກເມສ ໄດ້ຖືກຮັກສາຕົວຢູ່ທີ່ໂຮງໝໍໃນເມືອງກວາງໂຈ ໂດຍມີເຈົ້າໜ້າທີ່ສາທາລະນະສຸກໄດ້ຕິດຕາມອາການຢ່າງໃກ້ຊິດ, ສຳຫຼັບການແຂ່ງຂັນບານເຕະລີກຈີນ ໄດ້ຖືກເລື່ອນການແຂ່ງຂັນອອກໄປຢ່າງບໍ່ມີກຳ ໜົດ, ຫຼັງຈາກສະພາບການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ເຊີ່ງທາງສະມາຄົມບານເຕະແຫ່ງແດນມັງກອນ ຫວັງວ່າຈະສາມາດກັບມາເເຂ່ງຂັນບານເຕະລີກໃຫ້ໄດ້ອີກຄັ້ງໃນຊ່ວງເດືອນເມສານີ້.

ຂະນະນີ້ສະພາບການລະບາດຂອງໄວຣັສດັ່ງກ່າວຢູ່ ສປ.ຈີນ ມີທ່າອ່ຽງດີຂື້ນ ແລະ ເລີ່ມໃຫ້ສະໂມສອນຕ່າງຕ່າງໃນ ສປ.ຈີນ ທີ່ໄດ້ເດີນທາງອອກໄປເກັບຕົວຢູ່ນອກປະເທດ ໃຫ້ກັບຄືນມາເຂົ້າປະເທດໄດ້ແລ້ວ ແຕ່ຕ້ອງຖືກກວດຄັດກອງຢ່າງລະອຽດ ແລະ ກັກຕົວ 14 ວັນເພື່ອຄວາມປອດໄພຂອງທຸກໆຝ່າຍ.