ໂຄລາຊິນາກ ຍ້າຍມາ ອາເຊນອລ ຮຽບຮ້ອຍແລ້ວ

ຊິກ ໂຄລາຊິນາກ ກອງຫຼັງ ທີມຊາດບອສເນຍ ແລະ ເທີເຊ ໂກວິນາ ເປີດໂຕເປັນນັກເຕະຄົນ ໃໝ່ຂອງ ອາເຊນອລ ເປັນທີ່ຮຽບ ຮ້ອຍແລ້ວ ໃນວັນອັງຄານ 06. 06.2017 ນີ້ ຫຼັງນັກເຕະໝົດ ສັນຍາກັບຕົ້ນສັງກັດເກົ່າ ຊາລເກ 04.

ແບັກຊ້າຍອາຍຸ 23 ປີ ຖື ເປັນນັກເຕະໃໝ່ຄົນທຳອິດທີ່ ອາ ແຊນ ເວນເກີ ຄວ້າໂຕມາເສີມທີມ ອາເຊນອລ ໃນໄລຍະລະດູການນີ້ ໂດຍຄາດວ່າລາວຈະຍ້າຍມາ ເປັນແບັກຊ້າຍໂຕເລືອກທຳອິດ ຂອງທີມ ສົ່ງຜົນໃຫ້ອະນາຄົດ ຂອງ ຄີແຣນ ກິບ ຢູ່ໃນເຄື່ອງ ໝາຍຄຳຖາມວ່າຈະໄດ່ຢູ່ຫຼິ້ນໃນ ຖິ່ນ ເອມິເຣດ ຕໍ່ໄປ ຫຼື ບໍ່.

ສຳລັບ ໂຄລາຊິນາກ ໄດ້ ເຊັນສັນຍາເປັນໄລຍະເວລາ 5 ປີ ເຮັດໃຫ້ລາວຢູ່ກັບ ອາເຊນອລ ຈົນເຖິງລະດູການຂອງປີ 2022.