ຕູຣານ ອຳລາທີມຊາດຕຸຣກີ ແລ້ວ

ອາດາ ຕູຣານ ປະກາດອຳ ການລົງຫຼິ້ນໃຫ້ກັບ ທີມຊາດຕຸຣກີ ແລ້ວ ໃນວັນອັງຄານທີ06 ມິຖຸ ນານີ້ 1 ຊົ່ວໂມງຫຼັງຈາກທີ່ ລາວ ຖືກ ຟາຕິ ເຕຣິມ ຜູ້ຈັດການທີມ ໄລ່ອອກຈາກແຄມທີມຊາດ ເນື່ອງຈາກໄປເວົ້າຈາດູໝິ່ນ ແລະ ທຳຮ້າຍຮ່າງກາຍນັກຂ່າວ.

ຕູຣານ ອາຍຸ 30 ປີ ສັງກັດ ບາເຊໂລນາ ທີ່ລົງຫຼິ້້ນໃຫ້ ທີມ ຊາດຕຸຣກີ ໄປແລ້ວ 96 ຄັ້ງ ຕັ້ງ ໂຕະຖະແຫຼງຂ່າວເຖິງການອຳ ລາທີມຊາດຄັ້ງນີ້ວ່າ: “ຂ້ອຍຄິດ ວ່າເວລານັ້ນມາເຖິງແລ້ວ ຂ້ອຍ ຕ້ອງການຈົບການລົງຫຼິ້້ນໃຫ້ກັບທີມຊາດ”.

ສຳລັບ ຕູຣານ ລາວຖືກ ເຕ ຣິມ ໄລ່ອອກຈາກ ທີມຊາດຕຸຣກີ ທີ່ກຳລັງຝຶກຊ້ອມຢູ່ທີ່ ປະເທດສະ ໂລວີເນຍ ເພື່ອກຽມທີມລົງສູ່ການ ແຂ່ງຂັນບານໂລກ 2018 ຮອບ ຄັດເລືອກ ເຂດເອີຣົບ ທີ່ຈະພົບກັບ ໂຄໂຊໂວ ໃນວັນອາທິດນີ້.

ສາເຫດທີ່ ຕູຣານ ຖືກໄລ່ ອອກຈາກແຄມທີມຊາດ ເນື່ອງ ຈາກລາວໄປທຳຮ້າຍຮ່າງກາຍ ບິລັລ ເມເຊ ນັກຂ່າວຮ່ວມຊາດ ຫຼັງເກມທີ່ ຕຸຣກີ ອຸ່ນເຄື່ອງສະເໝີ ກັບ ມາຊິໂຕເນຍ 0-0 ທີ່ສະຄ໊ອບ ເຍ ໃນວັນຈັນຜ່ານມາ ເຊິ່ງລາວ ໄດ້ໃສ່ປອກແຂນຫົວໜ້າທີມ ນຳ ລູກທີມລົງສະໜາມແຂ່ງຂັນນຳ ອີກ.