ທໍ່ສົ່ງນ້ຳມັນນີເຊຣີລະເບີດ ເສຍຊີວິດ 15 ຄົນ

ທໍ່ສົ່ງນ້ຳມັນລະເບີດຢູ່ນີເຊຣີ ເຮັດໃຫ້ເຮືອນເປ່ເພເສຍຫາຍຫລາຍຫລັງ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 15 ຄົນ ຍັງບໍ່ຮູ້ສາເຫດທີ່ແນ່ນອນ.
ວັນທີ 16 ມີນານີ້ ນັກຂ່າວລາຍງານວ່າ: ເກີດເຫດທໍ່ສົ່ງນ້ຳມັນລະເບີດຢູ່ເມືອງລາກໍ ເຊິ່ງເປັນສູນກາງທາງເສດຖະກິດຂອງນີເຊຣີ ໂດຍແຮງລະເບີດສ້າງຄວາມເສຍຫາຍຢ່າງໜັກ ແລະ ມີຜູ້ໄດ້ຮັບບາດເຈັບຫລາຍຄົນ, ເສຍຊີວິດຢ່າງໜ້ອຍ 15 ຄົນ ສ່ວນອາຄານບ້ານເຮືອນໄດ້ຮັບຄວາມເສຍຫາຍ 50 ຫລັງ. ຂະນະທີ່ເຈົ້າໜ້າທີ່ຊ່ວຍກັນລຳລຽງຜູ້ໄດ້ຮັບບາດເຈັບສົ່ງໂຮງໝໍ.

ຕຳຫລວດເປີດເຜີຍວ່າ: ແຮງລະເບີດດັ່ງກ່າວເຮັດໃຫ້ອາຄານບາງຫລັງພັງຖະຫລົ່ມ ແຕ່ຍັງບໍ່ຮູ້ສາເຫດທີ່ເຮັດໃຫ້ເກີດໄຟໄໝ້ທໍ່ສົ່ງນ້ຳມັນ. ທັງນີ້ ເຫດໄຟໄໝ້ທໍ່ສົ່ງນ້ຳມັນຢູ່ນີເຊຣີເກີດຂຶ້ນເລື້ອຍໆ ສ່ວນຫລາຍມີສາເຫດມາຈາກການລັກເອົານ້ຳມັນ ແລະ ວິນາດສະກຳ ໂດຍນີເຊຣີເປັນປະເທດຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ສຸດໃນທະວີບອາຟຣິກາ.

