ສະເທືອນວົງການກີລາເຢລະມັນ…! ກອງຫຼັງ ພາເດີບອນ ຕິດເຊື້ອໄວຣັສ ໂຄວິດ-19 ຄົນທໍາອິດໃນ ບຸນເດສລີກາ

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ລູກ້າຄິລຽນ ກອງຫຼັງຂອງ ພາເດີບອນ ແລະ ທີມຊາດເຢລະມັນ, ກາຍເປັນນັກເຕະຄົນທໍາອິດໃນບຸນເດສລີກາ ເຢຍລະມັນ ທີ່ກວດພົບວ່າ ຕິດເຊື້ອໄວຣັສ ໂຄວິດ-19.

ຈາກເລື່ອງດັ່ງກ່າວ ສະໂມສອນ ພາເດີບອນ ອອກມາຢືນຢັນຢ່າງເປັນທາງການວ່າ: ລູກກ້າ ຄິລຽນ
ກອງຫຼັງຂອງ ພາເດີບອນ ຕິດໄວຣັສ ໂຄວິດ-19 ເປັນເລື່ອງຈິງ, ທາງການແພດໄດ້ກັກຕົວ ແລະ ຮັກສາບໍ່ໃຫ້ແຜ່ເຊື້ອໄວຣັສຫາຄົນອື່ນ.

ສໍາຫຼັບ ຄິລຽນ ເປັນນັກເຕະກອງຫຼັງຮູບຮ່າງໃຫຍ່ອາຍຸ 20 ປີ, ເຄີຍເປັນນັກເຕະເຍົາວະຊົນຂອງສະໂມສອນ ໂບຣຸສເຊຍ ດ໊ອດມູນ
ແລະ ຖືວ່າເປັນນັກເຕະຄົນທໍາອິດໃນ ລີກບຸນເດສລີກາເຢລະມັນ
ທີ່ກວດພົບເຊື້ອ ໂຄວິດ-19 ອອກມາເປັນບວກ ໂດຍລະດູການນີ້ ຄິລຽນ ລົງແຂ່ງໃຫ້ກັບທີມໄປແລ້ວ 14 ນັດລວມທຸກລາຍການ.



