ຈີນປະກາດພົ້ນຈຸດຮ້າຍແຮງໂຄວິດ-19 ແລະ ເຊື່ອວ່າການລະບາດທົ່ວໂລກຈະຢຸດຕິລົງໃນເດືອນມິຖຸນາ

          ທາງການຈີນປະກາດວ່າ: ການລະບາດຂອງເຊື້ອໄວຣັສໂຄວິດ-19 ໃນຫລາຍປະເທດທົ່ວໂລກໄດ້ກາຍຈຸດສູງສຸດໄປແລ້ວ ແລະ ຄາດວ່າສະຖານະການທົ່ວໂລກຈະຢຸດຕິລົງໃນເດືອນມິຖຸນາຈະມາເຖິງນີ້, ຖ້າຫາກທຸກໆປະເທດຮັບມືຢ່າງຈິງຈັງ.

    ສຳນັກຂ່າວ ຣອຍເຕີ ລາຍງານວ່າ: ໃນວັນທີ 12 ມີນານີ້, ທ່ານ ໝີ່ ເຟີງ ໂຄສົກຄະນະກຳມາທິການສຸຂະພາບແຫ່ງຊາດ ສປ ຈີນ ອອກມາປະກາດວ່າ: ການລະບາດຂອງເຊື້ອໄວຣັສໂຄວິດ-19 ໃນປະເທດຈີນຜ່ານພົ້ນຈຸດວິກິດຮ້າຍແຮງແລ້ວ, ຫລັງຈາກການເພີ່ມຂຶ້ນຂອງຜູ້ຕິດເຊຶື້ອໃໝ່ໃນເມືອງອູຮັ່ນ ແຂວງຫູເປີ່ຍ, ເຊິ່ງເປັນສູນກາງການລະບາດຫລຸດລົງເຫລືອພຽງແຕ່ຕົວເລກຫລັກດຽວເປັນຄັ້ງທຳອິດ.

    ທ່ານ ໝີ່ ເຟີງ ໃຫ້ຮູ້ອີກວ່າ: ພົບຜູ້ຕິດເຊື້ອໃນແຂວງຫູເປີ່ຍພຽງ 8 ຄົນໃນວັນພຸດຜ່ານມາ ແລະ ບໍ່ມີລາຍງານພົບຜູ້ຕິດເຊື້ອລາຍໃໝ່ໃນເມືອງອື່ນໆຂອງແຂວງດັ່ງກ່າວພາຍໃນ 1 ອາທິດແລ້ວ, ສ່ວນໃນພື້ນທີ່ອື່ນໆຂອງຈີນພົບຜູ້ຕິດເຊື້ອ 7 ຄົນ ເຊິ່ງ 6 ຄົນແມ່ນມາຈາກນອກປະເທດ, ແຕ່ເຖິງຢ່າງໃດກໍຕາມການຮັກສາຜູ້ຕິດເຊື້ອເປັນພາລະກິດທີ່ສຳຄັນທີ່ສຸດ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະບໍ່ມີການຜ່ອນຜັນ ຫລື ຫລຸດຄວາມພະຍາຍາມໃນການປ້ອງການ ແລະ ຄວບຄຸມໂຣກລະບາດດັ່ງກ່າວຢ່າງເດັດຂາດ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ