ວັນເກີດ ອັລເບີຣ໌ ໄອນ໌ສະໄຕນ໌ ນັກວິທະຍາສາດອັດສະລິຍະ ເຈົ້າຂອງທິດສະດີ ສຳພັດທະພາບ ແລະ ສູດ E=mc2

14 ມີນາ 1879 ວັນ​ເກີດ ອັລ​ເບີຣ໌ ​ໄອ​ນ໌ສະ​ໄຕ​ນ໌ ນັກ​ວິທະຍາສາດ ອັດ​ສະ​ລິ​ຍະ ​ເຈົ້າຂອງທິດ​ສະ​ດີ ສຳ​ພັດທະ​ພາບ ​ແລະ ສູດ​ທີ່​ມີ​ຊື່​ສຽງ E=mc2.

​       ລາວ​ໄດ້​ຮັບ​ລາງວັນ​ໂນ​ເບ​ລສາຂາ ຟີ​ຊິກ ​ໃນ​ປີ 1922 ​ໄອ​ນ໌ສະ​ໄຕ​ນ໌ ​ເປັນ​ຄົນ​ຢິວ ທີ່​ເກີດ​ໃນ​ເຢຍລະ​ມັນ ​ໃນ​ເວລາ​ຮິດ​ເລີ​ຂຶ້ນສູ່​ອຳນາດ​ຕັດສິນ​ໃຈ​ອົບ​ພະຍົບຈາກ​ເຢຍລະ​ມັນ ​​ໄປ​ອາ​ເມ​ລິ​ກາ ​ແລະ ຄັດຄ້ານ​ການ​ຂະຫຍາຍ​ອິດ​ທິ​ພົນ ຂອງ​ລັດທິ​ນາ​ຊີ ມີ​ບົດບາດ​ສຳຄັນ​ໃນ​ການ​ສະໜັບສະໜູນ​ໃຫ້​ສະຫະລັດ ສ້າງ​ອາວຸດ​ນິວ​ເຄຣຍ ​ໄດ້​ຮັບ​ການ​ຍົກຍ້ອງ​ໃຫ້​ເປັນ​ບຸກຄົນ​ແຫ່ງສະຕະວັດທີ 20./.

( ອັລ​ເບີຣ໌ ​ໄອ​ນ໌ສະ​ໄຕ​ນ໌ )



  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ