ຍັງຢ້ານບໍ່ກ້າຈັບມື ປ່ຽນໃຊ້ແຂນແຕະກັນແທນ

     ​ໂຄ​ວິດ-19 ​ເຮັດ​ໃຫ້​ຢ້ານ​ກັນ​ໄປ​ທົ່ວ​ໂລກ… ຕ່າງປະ​ເທດ​ປ່ຽນ​ຈາກ​ການ​ຈັບ​ມື​ທັກ​ທາຍ​ມາ​ເປັນ​ການ​ໃຊ້​ແຂນ​ແຕະ​ກັນ​ແທນ.

     Mike Pence ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ ​ເຊິ່ງ​ເປັນ​ຫົວໜ້າ​ໜ່ວຍ​ງານ​ໂຄ​ໂຣນາ​ຂອງ​ລັດຖະບານ​ທັກ​ທາຍ ພົນ​ຕຳຫລວດ​ຕີ Bret Daugherty ​ແລະ Jay Inslee ​ເຈົ້າຄອງ​ລັດ ​ໃນ​ລະຫວ່າ​ງ​ເດີນທາງ​ກວດກາ​ຄວາມ​ຮຽບຮ້ອຍ​ສູນ​ກຽມພ້ອມ​ສຳລັບ​ເຂດ​ເພີຍ ຢູ່​ຄ້າຍ​ເມີ​ເຣ​ໃກ້​ກັບ​ທາ​ໂຄ​ມາ​ວໍ​ຊິງ​ຕັນ ​ໂດຍ​ໃຊ້​ວິທີ​ການ​ເອົາ​ແຂນ​ແຕະ​ກັນ​ແທນ​ການ​ຈັບ​ມື​ແບບ​ເຄີຍ​ປະຕິບັດ​ມາ ທັງ​ນີ້​ເພື່ອ​ເປັນ​ການ​ຫລຸດ​ຄວາມ​ສ່ຽງ​ທ່າມກາງ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັສ​ໂຄ​ວິດ-19.