ໜ້າເປັນຫ່ວງໄວຣັສໂຄໂຣນາ ນັບມື້ຮຸນແຮງໄປທົ່ວໂລກ

ລູກເມືອງພວນ

ກົດເພື່ອຟັງຂ່າວ

ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ດັ່ງທີ່ທຸກຄົນຮູ້ນຳກັນແລ້ວວ່າພະຍາດໂຄໂຣນາ ມີຕົ້ນກຳເນີດຢູ່ທີ່ເມືອງ ອູຮັ່ນ ແຂວງຫູເປີ່ຍ ສປ ຈີນ. ໃນເບື້ອງຕົນພະຍາດດັ່ງກ່າວໄດ້ພຽງແຕ່ຄຸກຄາມປະຊາຊົນຈີນເປັນສ່ວນໃຫ່ຍ ແຕ່ມາເຖິງປັດຈຸບັນ ມັນບໍ່ແມ່ນສະເພາະແຕ່ຄຸກຄາມປະຊາຊົນຈີນເທົ່ານັ້ນ ແຕ່ຫາກມີທ່າອ່ຽງຂົ່ມຂູ່ມະນຸດຊາດໃນທົ່ວໂລກຢ່າງໜ້າເປັນຫ່ວງ, ຊຶ່ງບໍ່ມີທ່າທີວ່າຈະຜ່ອນຄາຍລົງແມ່ນແຕ່ໜ້ອຍດຽວ. ເຮັດໃຫ້ປະຊາຊົນໂລກມີຄວາມເປັນຫ່ວງ, ກັງວົນ, ແຕກຕື່ນ, ຢ້ານກົວ, ຫວັ່ນເກງໄປຕາມໆກັນ. ໄວຣັສໂຄໂຣນາ ໄດ້ກາຍເປັນສັດຕູໂຕຮ້າຍກາດຂອງໂລກ ຢ່າງເປັນທາງການໃນປັດຈຸບັນ. ຢາກເອົາຊະນະມັນໄດ້ ຮຽກຮ້ອງໃຫ້ທຸກຊາດໃນໂລກຕ້ອງສະໜັບສະໜູນກັນໃນການປ້ອງກັນຕ້ານ ແລະ ສະກັດກັ້ນ ດ້ວຍຄວາມພະຍາຍາມສູງ.

ຕໍ່ໜ້າສະຖານະການດັ່ງກ່າວ ອົງການອານາໄມໂລກ ຫຼື WHO ໄດ້ອອກມາປະກາດປັບລະດັບຄວາມສ່ຽງການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ-19 ຂຶ້ນເປັນລະດັບ “ສູງສຸດ”. ວັນທີ 28 ກຸມພາຜ່ານມານີ້ ທ່ານ ເຕໂດສອາຮາມໂນມ ເກເບຣເຢຊູສ ຜູ້ອຳນວຍການໃຫ່ຍອົງການອານາໄມໂລກ ຫຼື WHO ໄດ້ຈັດກອງປະຊຸມຂ່າວ ໂດຍປະກາດ ປັບລະດັບຄວາມສ່ຽງພະຍາດໂຄວິດ-19 ໃນທົ່ວໂລກ ຂຶ້ນເປັນລະດັບ “ສູງສຸດ” ແລະ ທ່ານຍັງກ່າວເນັ້ນວ່າ: ຖ້າຝ່າຍຕ່າງໆຫາກໃຊ້ມາດຕະການທີ່ເຂັ້ມແຂງກໍຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວໄດ້. ທ່ານຍັງກ່າວວ່າ: ມາຮອດປັດຈຸບັນມີຢ່າງໜ້ອຍ 80 ປະເທດ ແລະ ຂົງເຂດໃນທົ່ວໂລກມີລາຍງານຜູ້ຕິດເຊື້ຶອພະຍາດໂຄວິດ-19 ແລ້ວ ຫລາຍກວ່າ 93 ພັນກໍລະນີ. ໃນນັ້ນເສຍຊີວິດ 3.198 ຄົນ. ຈຶ່ງເຮັດໃຫ້ທົ່ວໂລກໃຫ້ຄວາມສຳຄັນຕໍ່ກັບໂຣກຊະນິດນີ້ ຈຶ່ງໄດ້ປັບລະດັບຂຶ້ນເປັນລະດັບ “ສູງສຸດ” ໃນປັດຈຸບັນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ