ອາຣັບບີ ຊາອຸດິດ ພົບຜູ້ປ່ວຍ “ໂຄວິດ-19” ຄົນທຳອິດ

ລັດຖະບານອາຣັບບີ ຊາອຸດິດ ປະກາດການພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຄົນທຳອິດພາຍໃນປະເທດ ເປັນພົນລະເມືອງທີ່ຫາກໍກັບມາຈາກອີຣານ.
ກະຊວງສາທາລະນະສຸກຂອງອາຣັບບີ ຊາອຸດິດ ລາຍງານການພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ໂຄວິດ-19” ຄົນທຳອິດໃນປະເທດ ເປັນຜູ້ຊາຍຊາວອາຣັບບີ ຊາອຸດິດ ມີປະຫວັດເຄີຍໄປອີຣານເມື່ອບໍ່ດົນມານີ້ ແລະ ເດີນທາງກັບປະເທດຜ່ານບາເຣນ.
ຂະນະທີ່ລັດຖະບານບາເຣນລາຍງານການພົບຜູ້ປ່ວຍຈາກພະຍາດໂຄວິດ-19 ສະສົມໃນປະເທດຢ່າງໜ້ອຍ 49 ຄົນ ໂດຍພົບເພີ່ມ 2 ຄົນ ໃນວັນທີ 2 ມີນາ ເປັນຜູ້ຍິງຊາວບາເຣນ ແລະ ຜູ້ຊາຍຊາວອາຣັບບີ ຊາອຸດິດ ເຊິ່ງທັງສອງຄົນເດີນທາງມາຈາກອີຣານເຊັ່ນກັນ.
ກ່ອນການປະກາດດັ່ງກ່າວຂອງລັດຖະບານຣິຍາດ, ຊອກດານີ ແລະ ຕູນີເຊຍ ລາຍງານການພົບຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຄົນທຳອິດຂອງປະເທດ. ທັງນີ້ ອີຣານກຳລັງເປັນສູນກາງການແຜ່ລະບາດຂອງພະຍາດໂຄວິດ-19 ໃນຕາເວັນອອກກາງ ສົ່ງຜົນໃຫ້ທຸກປະເທດໃນພາກພື້ນແຕກຕື່ນ ແລະ ຍົກລະດັບມາດຕະການຄວບຄຸມຊາຍແດນ.
ໂດຍລັດຖະບານຣິຍາດປະກາດໃນອາທິດຜ່ານມາ ຢຸດອອກວີຊາໃຫ້ພົນລະເມືອງຂອງທຸກປະເທດ ເຊິ່ງມີຜູ້ປ່ວຍຈາກພະຍາດໂຄວິດ-19. ນອກຈາກນີ້ ຍັງຢຸດອອກວີຊາ

