ອິນໂດເນເຊຍສັ່ງປິດສະໜາມບິນຢູ່ເກາະຊະວາຊົ່ວຄາວ ຫລັງພູໄຟເມຣາປີພົ່ນຂີ້ເທົ່າ

ສະໜາມບິນນາໆຊາດຢູ່ເກາະຊະວາຖືກສັ່ງໃຫ້ປິດບໍລິການຊົ່ວຄາວໃນວັນທີ 3 ມີນານີ້ ຫລັງຈາກພູໄຟເມຣາປີໄດ້ປະທຸຂຶ້ນໃນຕອນເຊົ້າມື້ນີ້ ແລະ ພົ່ນຂີ້ເທົ່າຈາກພູໄຟຂຶ້ນສູ່ທ້ອງຟ້າເປັນໄລຍະທາງເກືອບ 11 ກິໂລແມັດ.
ເຈົ້າໜ້າທີ່ຝ່າຍປະຕິບັດການການເດີນອາກາດຂອງອິນໂດເນເຊຍເປີດເຜີຍວ່າ: ພູໄຟເມຣາປີໄດ້ປະທຸຂຶ້ນເມື່ອເວລາ 7:10 ໂມງ ຕາມເວລາທ້ອງຖິ່ນໃນວັນທີ 3 ມີນາ ສົ່ງຜົນໃຫ້ມີການປິດສະໜາມບິນນາໆຊາດອາດີ ຊູມາໂມ ໃນເມືອງໂຊໂລ ແຂວງຊະວາຕອນກາງ ນັບແຕ່ເວລາ 9:25 ໂມງ ຕາມເວລາທ້ອງຖິ່ນ.
ເຖິງຢ່າງໃດກໍດີ, ສູນບັນເທົາໄພພິບັດດ້ານພູໄຟວິທະຍາ ແລະ ທໍລະນີວິທະຍາຂອງອິນໂດເນເຊຍ ໄດ້ປັບເພີ່ມລະດັບການເຕືອນໄພພູໄຟຈາກປັດຈຸບັນຢູ່ລະດັບສີແດງ ເຊິ່ງເປັນການເຕືອນໄພລະດັບສູງສຸດ.
ທ່ານ ອາກັສ ວິໂບໂວ ໂຄສົກສຳນັກງານບັນເທົາໄພພິບັດແຫ່ງຊາດຂອງອິນໂດເນເຊຍ ເປີດເຜີຍວ່າ: ປັດຈຸບັນຍັງບໍ່ມີລາຍງານຄວາມເສຍຫາຍ ຫລື ຜູ້ເສຍຊີວິດຈາກເຫດການດັ່ງກ່າວ. ສຳນັກຂ່າວກຽວໂດລາຍງານ.

