ຢີ່ປຸ່ນໃຫ້ການຊ່ວຍເຫລືອໂຄງການຝຶກອົບຮົມວິຊາຊີບໃຫ້ລາວ


ລັດຖະບານຢີ່ປຸ່ນໄດ້ຕົກລົງໃຫ້ການຊ່ວຍເຫລືອລ້າມູນຄ່າ
208.694 ໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການຝຶກອົບຮົມວິຊາຊີບທີ່ນະຄອນຫລວງວຽງຈັນ,
ພິທີເຊັນສັນຍາໂຄງການດັ່ງກ່າວໄດ້ມີຂຶ້ນໃນວັນທີ 2 ມີນານີ້, ລະຫວ່າງ ທ່ານ
ອິວາໂມໂຕະ ເຄອິຈິ ອຸປະທູດຢີ່ປຸ່ນປະຈຳລາວ ແລະ ທ່ານ
ນາງ ໂຕມິນາກະຊາຈິໂກະ ຜູ້ຕາງໜ້າອົງການ IV-Japan
ເຊິ່ງເປັນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຢີ່ປຸ່ນ ເປັນຜູ້ຮັບຜິດຊອບດຳເນີນໂຄງນີ້.

ໂຄງການດັ່ງກ່າວມີອາຍຸ 3 ປີ ໂດຍຈະເລັ່ງໃສ່ການຝຶກອົບຮົມວິຊາຊີບສາຂາວິຊາດ້ານໂຮງແຮມ ແລະ ການເບິ່ງແຍງຜູ້ສູງອາຍຸໃຫ້ແກ່ຊາວໜຸ່ມ, ແມ່ຍິງແລະຜູ້ດ້ອຍໂອກາດ”. ໃນເຂດຊົນນະບົດ, ພູດອຍ ໃຫ້ສາມາດເຂົ້າຮ່ວມການຝຶກອົບຮົມໄດ້.

