IMF-WB ກຽມອອກມາດຕະການຮັບມື “ໂຄໂຣນາ”

     ກອງ​ທຶນ​ການ​ເງິນ​ສາກົນ (IMF) ​ແລະ ທະນາຄານ​ໂລກ (WB) ອອກ​ຖະ​ແຫລ​ງການ​ຮ່ວມ​ກັນ ກຽມພ້ອມ​ຈະ​ຊ່ວຍ​ເຫລືອ​ປະ​ເທດ​ສະມາຊິກ​ໃນ​ການ​ຟື້ນຟູ​ຜົນ​ກະທົບ​ທີ່​ເກີດ​ຈາກ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັສ​ໂຄ​ວິດ-19.

      IMF ​ແລະ ທະນາຄານ​ໂລກ ​ເຫັນ​ພ້ອມ​ກັນ​ວ່າ: ການ​ຮ່ວມ​ມື​ກັນ​ຖື​ເປັນ​ສິ່ງ​ສຳຄັນ​ໃນ​ການ​ຮັບ​ມື​ຜົນ​ກະທົບ​ທາງ​ດ້ານ​ເສດຖະກິດ ​ແລະ ສຸຂະພາບ​ຈາກ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັສ​ໂຄ​ວິດ-19.