ຜູ້ປ່ວຍລາຍ Covid-19 ລາຍທຳອິດຂອງໄທ ເສຍຊິວິດ

ລາຍງານຈາກກະຊວງສາທາລະນະສຸກໄທ ລາຍງານວ່າ ມີຜູ້ເສຍຊີວິດເກີດມາຈາກການຕິດເຊື້ອ Covid ເປັນຄົນທຳອິດໃນປະເທດໄທ
ໂດຍຜູ້ເສຍຊີວິດຈາກການຕິດເຊື້ອແມ່ນຊາຍໄທອາຍຸ 35 ປີ ເຮັດວຽກເປັນພະນັກງານຂາຍສິນຄ້າ ໄດ້ເສຍຊີວິດໃນວັນທີ 28 ກຸມພາ 2020 ໂດຍ ຄົນຜູ້ປ່ວຍນີ້ໄດ້ປ່ວຍເປັນໄຂ້ເລືອດອອກກ່ອນແລ້ວ ແລະ ຕໍ່ມາໄດ້ຕິດເຊື້ອໄວຣັດ Covid-19 ພົບວ່າອະໄວຍະວະພາຍໃນລົ້ມເຫລວ, ຕໍ່ມາລາວໄດ້ຖືກສົ່ງໄປໂຮງ ໝໍເອກະຊົນແລະໄດ້ເຂົ້ານອນຢູ່ສະຖາບັນບຳຣາດຮາຄູນ ໂດຍການຮັກສາທີ່ນຳໃຊ້ຢາຕ້ານໄວຣັດທີ່ດີທີ່ສຸດເທົ່າທີ່ມີ

