ເມືອງຈອມເພັດປະກາດຈົບຊັ້ນມັດທະຍົມບຳລຸງ

    ປະຊາຊົນ ເມືອງ ຈອມເພັດ ນະຄອນຫລວງພະບາງ ເກືອບ 1 ພັນຄົນ, ໄດ້ຖືກຍົກລະດັບການສຶກສາຮຽນຈົບມັດຖະຍົມບຳລຸງ, ຊຶ່ງຖືເປັນບາດກ້າວໃໝ່ທີ່ດີ ໃນການພັດທະນາຊັບພະຍາກອນມະນຸດຂອງລາວ ຕາມກະຊວງ ສຶກສາທິການ ແລະ ກິລາວາງອອກ.

    ໃນພິທີປະກາດ ຈົບຊັ້ນມັດທະຍົມບຳລຸງທົ່ວເມືອງດັ່ງກ່າວໄດ້ມີຂຶ້ນໃນວັນທີ 27 ກຸມພາ ນີ້, ໂດຍການເຂົ້າຮ່ວມຂອງທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ໄດ້ຮຽກຮ້ອງໃຫ້ຄູອາຈານ ແລະນັກຮຽນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ສືບຕໍ່ຈັດຕັ້ງປະຕິບັດແຜນຍຸດທະສາດ ການປະຕິຮູບລະບົບການສຶກສາແຫ່ງຊາດຢ່າງມີຫຼັກການ ແລະໄປຕາມ 3 ຫຼັກສະນະ ແລະ 5 ຫຼັກມູນຂອງການສຶກສາ ທັງເອົາໃຈໃສ່ຍົກລະດັບຄຸນນະພາບການສຶກສາ ໃຫ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ເປັນຮູບປະທຳຫຼາຍຂື້ນ, ສືບຕໍ່ກໍ່ສ້າງແຜນຂະຫຍາຍ ການຮຽນການສອນ ໂດຍສຸມໃສ່ກຸ່ມເປົ້າໝາຍຊັ້ນມັດທະຍົມຕອນຕົ້ນບຳລຸງ ຢູ່ບ້ານທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດ ໝາຍທີ່ວາງໄວ້.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ