ລັດເລັ່ງແກ້ໄຂຫວຍເຖື່ອນ

ຜູ້ອຳນວຍການລັດວິສາຫະກິດຫວຍພັດທະນາ ໃຫ້ຮູ້ວ່າ: ຜ່ານມາໄດ້ສົມທົບກັບເຈົ້າໜ້າທີ່ ປກສ ລົງຕິດ ຕາມກວດກາເຫັນວ່າ: ມີສະພາບການຂາຍຫວຍເຖື່ອນແຜ່ຫລາຍ ໂດຍສະເພາະຂາຍຫວຍປະເທດເພື່ອນບ້ານຄື: ຫວຍໄທ, ຫວຽດນາມ, ມາເລ, ຜ່ານ (APP) ຕ່າງໆທາງອອນລາຍ, ອັນໄດ້ເຮັດໃຫ້ສັງຄົມຫັນໄປຊື້ຫວຍດັ່ງກ່າວຫລາຍຂຶ້ນ ແລະ ເປັນປະກົດການຫຍໍ້ທໍ້ທາງສັງຄົມ.
ຜູ້ອຳນວຍການຍັງໃຫ້ຮູ້ວ່າ: ຜ່ານການຄົ້ນຄວ້າຈາກຫຼາຍພາກສ່ວນທີ່ກ່ຽວ ຂ້ອງລັດໄດ້ຫັນການອອກເລກລາງວັນຈາກ 1 ຄັ້ງຕໍ່ອາທິດມາເປັນ 2 ຄັ້ງ ຕໍ່ອາທິດ (ວັນຈັນ ແລະ ວັນພະຫັດ) ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນກຸມພາ ນີ້ເປັນຕົ້ນໄປ, ແມ່ນໜຶ່ງໃນຫຼາຍມາດຕະການເພື່ອຫຼຸດຜ່ອນການຊື້ຫວຍເຖື່ອນ, ໃຫ້ຫັນມາຊື້ຫວຍທີ່ຖືກຕ້ອງຕາມກົດໝາຍ. ເປັນການປະກອບສ່ວນສ້າງລາຍຮັບເຂົ້າງົບປະມານຂອງລັດເພີ່ມຂຶ້ນ ແລະ ເປັນການຕີຖອຍຫວເຖື່ອນໃຫ້ຫຼຸດໜ້ອຍຖອຍລົງ, ພ້ອມດຽວກັນນີ້ຫວຍພັດທະນາພວມດຳເນີນຫຼາຍມາດຕະການ ໄປພ້ອມໆກັນເຊັ່ນ: ຄົ້ນຄວ້າສ້າງນິຕິກຳເພື່ອກຳນົດທິດທາງ ແລະ ມາດຕະການສະກັດກັ້ນຫວຍເຖື່ອນ, ໂຄສະນາເຜີຍແຜ່ເພື່ອປູກຈິດສຳ ນຶກໃຫ້ປະຊາຊົນຫັນ ປ່ຽນແນວຄິດຈາກການສ່ຽງໂຊກຊີງລາງວັນ, ຄົ້ນຄວ້າ ແລະ ກຳ ນົດອັດຕາຜົນຕອບແທນຂອງລາງວັນຫວຍພັດທະ ນາໃຫ້ເໝາະສົມ ແລະ ສາມາດແຂ່ງຂັນໄດ້ພ້ອມທັງຄົ້ນຄວ້າຜະລິດຕະພັນຫວຍປະເພດອື່ນໆທີ່ເໝາະສົມຕື່ມອີກ.

