ຍີ່ປຸ່ນມອບເຄື່ອງຊ່ວຍເຫລືອປ້ອງກັນເຊື້ອໄວຣັສ COVID-19 ໃຫ້ກະຊວງສາທາລະນະສຸກ

ໃນວັນທີ 25 ກຸມພານີ້, ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ລາວ ໄດ້ມອບອຸປະກອນປ້ອງກັນອັນຕະລາຍແບບສ່ວນບຸກຄົນ (PPE) ໃຫ້ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ເພື່ອປ້ອງກັນການແຜ່ກະຈາຍຂອງເຊື້ອໄວຣັສCOVID-19, ເຄື່ອງດັ່ງກ່າວປະກອບມີຊຸດແພດໃຍສັງເຄາະ 4.680 ຊຸດ, ໜ້າກາກກັນເຊື້ອ 6.000 ອັນ, ໜ້າກາກອານະໄມ 13.200 ອັນ, ນ້ຳຢາອັງໂກນສຳລັບລ້າງມື 240 ຕຸກ, ແວ່ນຕາກັນເຊື້ອ 270 ອັນ, ແລະ ຖົງມືອະນາໄມ 12.200 ຖົງ ໃຫ້ແກ່ ສປປ ລາວ.

ສຳລັບອຸປະກອນເຫລົ່ານີ້, ແມ່ນໄດ້ຮັບມາຈາກຄັງສຳຮອງສຳລັບເຄື່ອງມື ແລະ ອຸປະກອນຄວາມປອດໄພ ໂດຍອົງການມູນລະນິທິອາຊີ-ເອີຣົບ (ASEF) ແລະ ເຄື່ອງບໍລິຈາກຈາກລັດຖະບານຍີ່ປຸ່ນ. ໂດຍເປັນການປະສານງານຮ່ວມມືກັບຫ້ອງການທ້ອງຖິ່ນສຳລັບເຂດປາຊີຟິກຕາເວັນຕົກຂອງອົງການອານະໄມໂລກ (WPRO).

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ກ່າວສະແດງຄວາມຂອບໃຈວ່າ: “ຈະຊ່ວຍປົກປ້ອງປະຊາຊົນອອກຈາກຄວາມສ່ຽງຂອງການແຜ່ກະຈາຍຂອງໄວຣັສ COVID-19. ມັນເປັນສິ່ງທ້າທາຍຫລາຍສຳຫລັບປະເທດທີ່ກຳລັງພັດທະນາດັ່ງປະເທດລາວນີ້”.

ພ້ອມນີ້, ທ່ານທູດຍີ່ຢຸ່ນ ກໍມີຄຳເຫັນວ່າ: ການຍົກລະດັບການຮ່ວມມືສາກົນເປັນສິ່ງທີ່ປາສະຈາກບໍ່ໄດ້ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ກະຈາຍຂອງໄວຣັສ COVID-19 ໄປທົ່ວໂລກ. ດັ່ງນັ້ນ, ປະເທດຍີ່ປຸ່ນຈຶ່ງມີຄວາມຕັ້ງໃຈທີ່ຈະສືບຕໍ່ໃຫ້ການຮ່ວມກັບ ສປປ ລາວຕື່ມອີກ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ