ທຳລາຍສິ່ງແວດລ້ອມທຳມະຊາດຫລາຍຄົນກໍຕາຍໄວ

ທິດກໍ່າ:
ອາທິດຜ່ານມານີ້, ທິດກໍ່າ ໄດ້ມີໂອກາດໄປແຖວເມືອງຄູນຄຳ ໄດ້ຍິນປະຊາຊົນເຂົາຈົ່ມສູ່ຟັງວ່າ: ເຕັມທີແລ້ວສະພາບດຽວນີ້ ຈີນໄປລົງທຶນປູກກ້ວຍຢູ່ເຂດບ້ານພູຊາດເລາະຂຶ້ນໄປຫາເຂດບ້ານໂພນທອງມີແຕ່ສວນກ້ວຍຈີນເຈືອລະເນືອເຕັມຄັບທີບ. ປັດຈຸບັນກ້ວຍທີ່ປູກພວມງອກງາມ ເພາະເຂົານຳໃຊ້ສານເຄມີປົນນ້ຳຫົດ ເພື່ອກະຕຸ້ນໃຫ້ມັນເຕີບໃຫຍ່ໄວ, ຫາກເຕັມທີ່ແຕ່ຄົນຜູ້ຢູ່ໃກ້ຄຽງ ແລະ ກາຍໄປມາຜ່ານເສັ້ນທາງຮູ້ສຶກມີກິ່ນເໝັນສາບຄາວປິວໄປຕາມກະແສລົມ ບໍ່ຮູ້ວ່າຈະໄປຕົກຢູ່ໃສ, ທາງໃດແດ່. ອະນາຄົດຕໍ່ໜ້າກໍຍັງບໍ່ທັນຮູ້ວ່າຈະມີຜົນກະທົບແນວໃດແກ່ປະຊາຊົນ, ສັດສາວາສິ່ງ ແລະ ປູປານານ້ຳທີ່ຢູ່ບໍລິເວນພື້ນທີ່ດັ່ງກ່າວ.
ເວົ້າເລື່ອງການລົງທຶນປູກກ້ວຍ ມັນກໍບໍ່ສະເພາະແຕ່ແຖວເມືອງຄູນຄຳ ແຂວງຄຳມ່ວນ, ຍັງມີອີກຫລາຍບ່ອນ, ຫລາຍເຂດແຂວງໃນທົ່ວປະເທດ ໂດຍສະເພາະແມ່ນບັນດາແຂວງພາກກາງ ແລະ ພາກເໜືອ ນັບແຕ່ນະຄອນຫລວງວຽງຈັນຂຶ້ນໄປຮອດອຸດົມໄຊ, ຫລວງນ້ຳທາ ແລະ ແຂວງອື່ນໆທີ່ມີການລົງທຶນປູກ. ໃນສອງສາມປີຜ່ານມາ ລາວເຮົາກໍມີລາຍຮັບຈາກການປູກກ້ວຍ ເພື່ອສົ່ງອອກຫລາຍຮ້ອຍລ້ານໂດລາຕໍ່ປີ. ການສົ່ງອອກກ້ວຍໄປຕ່າງປະເທດຖືເປັນລາຍຮັບໜຶ່ງຂອງ ສປປ ລາວເຮົາ ນັບແຕ່ມີການເປີດກວ້າງການລົງທຶນເປັນຕົ້ນມາ. ຜູ້ທີ່ມາລົງທຶນລາຍໃຫຍ່ເປັນຕົວຫລັກໆກໍແມ່ນນັກລົງທຶນຈາກ ສປ ຈີນ.
ແນວໃດກໍຕາມ, ເວົ້າເຖິງການລົງທຶນປູກກ້ວຍເປັນສິນຄ້າເພື່ອສົ່ງອອກມັນບໍ່ໄດ້ໝາຍເຖິງພັກ ແລະ ລັດຖະບານເຮົາຫ້າມບໍ່ໃຫ້ປູກ, ແຕ່ສິ່ງສຳຄັນຕ້ອງເປັນມິດກັບທຳມະຊາດໃຫ້ຫລາຍທີ່ສຸດ. ໝາຍຄວາມວ່າ ຕ້ອງປອດສານພິດ, ສະອາດ ແລະ ເປັນມິດກັບສິ່ງແວດລ້ອມ, ບໍ່ໃຫ້ທຳລາຍທຳມະຊາດຈົນເກີດເຫດ ທັງບໍ່ໃຫ້ມີຜົນກະທົບຕໍ່ການດຳລົງຊີວິດຂອງຄົນ, ສັດສາວາສິ່ງ ແລະ ສິ່ງແວດລ້ອມອ້ອມຂ້າງຢ່າງເດັດຂາດ. ໃນເງື່ອນໄຂທີ່ປະເທດຊາດພວກເຮົາພວມເລັ່ງລັດພັດທະນາ ມັນກໍມີຫລາຍຂົງເຂດທີ່ຈະຕ້ອງໄດ້ບຸກເບີກສ້າງສາ ເພື່ອຄວາມຈະເລີນຮຸ່ງເຮືອງຂອງຊາດ. ປັດຈຸບັນ ປະເທດຊາດຂອງພວກເຮົາຍັງຢູ່ໃນເງື່ອນໄຂທຸກຍາກ ແລະ ດ້ອຍພັດທະນາ. ການທີ່ຈະສ້າງໃຫ້ປະເທດລາວກາຍເປັນປະເທດທີ່ຮັ່ງມີສີສຸກນັ້ນ ມັນຕ້ອງໄດ້ຜ່ານໄລຍະປະຫວັດສາດ ໂດຍນຳໃຊ້ທ່າແຮງທີ່ບົ່ມຊ້ອນ ເປັນຕົ້ນແມ່ນສ້າງຄົນເພື່ອເປັນທຶນຮອນອັນປະເສີດຂອງຊາດ. ນອກຈາກນັ້ນ ກໍຈຳເປັນນຳໃຊ້ທ່າແຮງທາງດ້ານເສດຖະກິດຢ່າງມີຄຸນຄ່າ ແລະ ມີຜົນປະໂຫຍດສູງສຸດ. ປະເທດລາວເຮົາເປັນດິນແດນອູ່ເຂົ້າອູ່ປາ, ມີດິນດອນຕອນຫຍ້າ, ມີຫ້ວຍນ້ຳລຳເຊ ແລະ ພູຜາປ່າໄມ້ທີ່ອຸດົມສົມບູນ. ສິ່ງເຫລົ່ານີ້ລ້ວນແລ້ວແຕ່ເປັນຊັບພະຍາກອນທຳມະຊາດທີ່ຈະເຮັດໃຫ້ປະເທດຊາດຮັ່ງມີເຂັ້ມແຂງໃນອະນາຄົດ. ນອກຈາກສິ່ງທີ່ກ່າວມານີ້ແລ້ວ, ຢູ່ພື້ນນ້ຳ, ຢູ່ໃຕ້ດິນຍັງມີບໍ່ແຮ່ຊະນິດຕ່າງໆທີ່ຈະຕ້ອງໄດ້ຂຸດຄົ້ນຂຶ້ນມາ ເພື່ອເປັນທຶນຮອນພັດທະນາສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງໃນຕໍ່ໄປ.
ເພາະສະນັ້ນ, ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ການພັດທະນາທາງດ້ານກະສິກຳ ໂດຍສະເພາະແມ່ນການປູກກ້ວຍເພື່ອສົ່ງອອກເຮັດແນວໃດກໍເຮັດຕ້ອງໃຫ້ຕິດພັນກັບການອະນຸລັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ດີທີ່ສຸດ ຫລື ຖ້າຫາກມີຜົນກະທົບໃນທາງລົບກໍໃຫ້ມີໜ້ອຍທີ່ສຸດ ອັນສຳຄັນແມ່ນພະຍາຍາມຫລີກເວັ້ນຜົນກະທົບຕໍ່ຊີວິດອິນຊີຂອງຄົນ, ສັດສາວາສິ່ງ ແລະ ສະພາບແວດລ້ອມອ້ອມຕົວເຮົາ. ຜົນຜະລິດທີ່ເຮົາໄດ້ມາກໍຕ້ອງປາສະຈາກສານເຄມີ, ໄດ້ຄຸນນະພາບມາດຕະຖານ ແລະ ເປັນທີ່ຍອມຮັບຂອງຕະຫລາດພາຍນອກ. ກົງກັນຂ້າມ ຖ້າພວກເຮົາຫາກບໍ່ຄຳນຶງເຖິງການອະນຸລັກຮັກສາສິ່ງແວດລ້ອມມີແຕ່ທຳລາຍເພື່ອຜົນປະໂຫຍດຂອງຕົນເອງເປັນຫລັກ ຜົນກະທົບຕາມມາມັນກໍຄືທຳມະຊາດໄດ້ເຫືອດຫາຍໄປຈາກຄົນແຕ່ລະໄລຍະ. ຈາກນັ້ນ ໂທດຕາມມາກໍຄືໂຣຄາພະຍາດຊະນິດຕ່າງໆເກີດຂຶ້ນຈາກສານເຄມີ ເຊິ່ງບໍ່ຕ່າງຫຍັງກັບຂ່າວຄາວຊ່າລືກັນຄືດັ່ງທຸກວັນນີ້.
ດັ່ງພວກເຮົາຮູ້ນຳກັນແລ້ວວ່າ ການຜະລິດບໍ່ວ່າໃນຂົງເຂດໃດກໍຕາມ ຖ້າເຮົາໃຊ້ສານເຄມີຫລາຍເທົ່າໃດ ຜົນກະທົບຕາມມາກໍຄືໂຣກລະບາດ, ເກີດໂຣຄາພະຍາດ ເພາະສະພາວະສິ່ງແວດລ້ອມມີການປ່ຽນແປງດັບສູນ. ນອກ ຈາກນັ້ນ ກໍເກີດຮ້ອນ, ເກີດໜາວ, ເກີດພາຍຸລົມແດງ, ເກີດແຜ່ນດິນຍະ, ແຜ່ນດິນໄຫວ, ເກີດແລ້ງ, ເກີດຖ້ວມ. ທັງໝົດທີ່ກ່າວມານີ້ ມັນລ້ວນແລ້ວແຕ່ມາຈາກຄົນໄປທຳລາຍທຳມະຊາດຍ້ອນຄວາມຢາກ, ຄວາມກະຫາຍ, ຄວາມໂລບມາກໂລພາຂອງມະນຸດເຮົາ. ເພາະສະນັ້ນ ໃນຕໍ່ໜ້າ ແລະ ຍາວນານ ບໍ່ວ່າຢູ່ແຫ່ງຫົນຕຳບົນໃດ ຖ້າມີການທຳລາຍທຳມະຊາດ ແລະ ສິ່ງແວດລ້ອມໄປຕິກໆ ປ່າໄມ້, ປ່າເຫລົ່າເປົ່າແປນໂທດຕາມມາບໍ່ໄວກໍຊ້າທຳລາຍທຳມະຊາດສິ່ງແວດລ້ອມຫລາຍຄົນກໍຈະຕາຍໄວ ຍ້ອນເກີດພະຍາດ ແລະ ໂຣກລະບາດຄືເຂົາຊ່າລືກັນທຸກວັນນີ້.

