ເປັນບາດແຜ ຄວນຕິດພລາສເຕີຢາຫລືບໍ່ ຄວາມຮູ້ເພື່ອຄວາມປອດໄພ ບໍ່ຕິດເຊື້ອ

ເປັນບາດແຜສົດ ຄວນປິດບາດແຜດ້ວຍພລາສເຕີຢາ ຫລື ຄວນປ່ອຍບາດແຜໃຫ້ແຫ້ງເອງ ແບບໃດທີ່ປອດໄພກ່ວາກັນ ມາເບິ່ງຄຳຕອບທີ່ຖືກຕ້ອງກັນເລີຍ.
ເວລາທີ່ເຮົາເປັນບາດແຜເລັກໆນ້ອຍໆ, ມີເລືອດອອກພໍປະມານ ບໍ່ຫລາຍປານໃດ ສ່ວນຫລາຍກໍມັກຈະລ້າງແຜ ປະຖົມພະຍາບານເບື້ອງຕົ້ນດ້ວຍຕົນເອງ ເຊິ່ງກໍມີບາງເທື່ອທີ່ລັກສົງໄສວ່າ ເປັນບາດແຜນ້ອຍໆ ຄວນປິດບາດແຜດ້ວຍ ພລາສເຕີຢາຫລືບໍ່ ສຳລັບກໍລະນີນີ້ ທ່ານໝໍໄດ້ແນະນຳເຖິງແນວທາງການປະຖົມພະຍາບານບາດແຜສົດໃຫ້ປອດໄພຈາກການຕິດເຊື້ອ ໂດຍອະທິບາຍວ່າ : ສິ່ງທີ່ຕ້ອງລະມັດລະວັງເປັນຢ່າງຍິ່ງເມື່ອເຮົາເປັນບາດແຜ ກໍຄື ລະວັງການຕິດເຊື້ອຢູ່ບາດແຜ ຈາກການທີ່ເຊື້ອແບັກທີເຣຍເຂົ້າສູ່ຮອຍເປີດຢູ່ຜິວໜັງ ແລ້ວອາດຈະລາມໄປສູ່ເນື້ອເຍື່ອໃຕ້ຜິວໜັງ ຫລື ອະໄວຍະວະທີ່ຢູ່ໃກ້ຄຽງກັບບາດແຜ ເຊິ່ງອາດຈະເກີດອາການຂຶ້ນ 2 – 3 ມື້ ຫລັງຈາກມີບາດແຜ ຫລື ເປັນເດືອນຫລັງຈາກນັ້ນກໍມີ ເຊັ່ນ : ບາດແຜມີຮອຍແດງ, ເຈັບ, ບວມ, ເລີ່ມມີກິ່ນເໝັນ, ມີໜອງອອກມາ ແລະອື່ນໆ ອາການແບບນີ້ສະແດງວ່າເລີ່ມເກີດການສະສົມ ແລະ ເພີ່ມຈຳນວນຂອງເຊື້ອແບັກທີເຣຍທີ່ເຂົ້າສູ່ບາດແຜ ເຊິ່ງອາດມາຈາກ ເຊື້ອທີ່ຢູ່ເທິງຜິວໜັງຢູ່ແລ້ວ ຫລື ມາຈາກເຊື້ອທີ່ກະຈາຍຢູ່ໃນອາກາດ ແລະ ສິ່ງແວດລ້ອມ ລວມໄປເຖິງມີເຊື້ອປົນເປື້ອນຢູ່ໃນອຸປະກອນເຮັດຄວາມສະອາດບາດແຜ ຖ້າແມ່ນເຊື້ອແບັກທີເຣຍຈຳພວກສະເຕັບໂຕຄັອກຄັສ ອໍຣຽດ, ສະເຕັບໂຕຄັອກຄັສ ໄພໂອຈີເນສ, ເຊື້ອຊູໂດໂມແນສ, ແອຣູຈິໂນຊາ ແລະອື່ນໆ ກໍຈະຍິ່ງມີອາການຕິດເຊື້ອຮຸນແຮງຂຶ້ນ ເຊິ່ງຖ້າການຕິດເຊື້ອຮຸນແຮງ ອາດຈະຕ້ອງໃຊ້ຢາປິ່ນປົວເພື່ອປິ່ນປົວການຕິດເຊື້ອໂດຍສະເພາະ ຫລື ຕ້ອງຜ່າຕັດລ້າງບາດແຜໃຫ້ສະອາດ ຕັດເອົາເນື້ອເຍື່ອທີ່ຕິດເຊື້ອນັ້ນຖິ້ມໄປ. ດັ່ງນັ້ນ ການເຮັດຄວາມສະອາດບາດແຜ ຫລື ການລ້າງບາດຢ່າງຖືກຕ້ອງຈຶ່ງເປັນສິ່ງສຳຄັນເປັນພິເສດ ບໍ່ຄວນຖືເບົາ ຕາມຂັ້ນດັ່ງນີ້ :
1. ຖ້າມີເລືອດອອກ ໃຫ້ເຮັດການຫ້າມເລືອດ.
2. ຖ້າມີບາດແຜເລັກນ້ອຍ ໃຫ້ຮີບລ້າງບາດແຜດ້ວຍນຳ້ສະອາດ (ນຳ້ກັອກ ຫລື ນຳ້ຕົ້ມສຸກ) ກັບສະບູ ແລ້ວໃຊ້ໄມ້ພັນສຳລີ ຫລື ຜ້າສະມັ່ງຊັບໃຫ້ແຫ້ງ, ເຊັດອ້ອມຮອບດ້ວຍນຳ້ຢາຂ້າເຊື້ອ ແລະ ເປຕາດີນ ໂດຍເຊັດອ້ອມໆບາດແຜ ບໍ່ໃຫ້ເຊັດບາດແຜໂດຍກົງ.
3. ປິດບາດແຜດ້ວຍຜ້າສະມັ່ງ ຫລື ແຜ່ນຕິດພລາສເຕີສເລັດຮູບ, ຫ້າມຖືກນຳ້.
4. ລ້າງບາແຜມື້ລະ 1 – 2 ເທື່ອ, ລະວັງບໍ່ໃຫ້ບາດແຜຖືກນຳ້ຈົນກ່ວາບາດແຜຈະເຊົາ.
5. ຖ້າບາດແຜຕິດເຊື້ອ, ເປັນໜອງ ຫລື ມີໄຂ້ ຄວນໄປພົບແພດເພື່ອພິຈາລະນາໃຫ້ຢາປິ່ນປົວ.
6. ຖ້າບາດແຜມີຂະໜາດໃຫຍ່ຄວນໄປພົບແພດ ເຊັ່ນ : ມີບາດແຜແຍກກ້ວາງ, ບາດແຜເລິກ, ເລືອດອອກຫລາຍ, ບາດແຜຖືກແທງບໍລິເວນທ້ອງ, ໜ້າເອິກ ຫລື ຫລັງ, ບາດແຜທີ່ເກີດຈາກການບາດເຈັບຢູ່ຫົວ ເຊັ່ນ : ລົດຕຳ ຫລື ຕົກຈາກບ່ອນສູງ, ບາດແຜຜທີ່ເປິເປື້ອນລ້າງອອກຍາກ ຫລື ບາດແຜຖືກຕະປູສຽບ ຫລື ສັດກັດ ເປັນຕົ້ນ.
ລະຫ່ວາງທີ່ບາດແຜກຳລັງສະໝານໂຕບໍ່ຄວນໃຫ້ບາດແຜຖືກນຳ້.

