ໂຮງໝໍມິດຕະພາບ ກຽມຄວາມພ້ອມກັບການປ້ອງກັນໄວຣັສ COVID-19

ທ່ານ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫລັງໂຮງໝໍຂອງຕົນໄດ້ມອບໝາຍໃຫ້ເປັນໜຶ່ງໃນການຮອງຮັບກໍລະນີມີການລະບາດຂອງໄວຣັສ covid-19 ຮ່ວມກັບໂຮງໝໍ 103 ແລະ ໂຮງໝໍໃຫຍ່ອື່ນໆ, ຈາກນັ້ນກໍໄດ້ກະກຽມຄວາມພ້ອມຕ່າງໆໃນການປ້ອງກັນໄວຣັສຮ້າຍແຮງນີ້, ຫາກມີການລະບາດ ແລະ ມີກໍລະນີຜູ້ຕິດເຊື້ອ ໂດຍສະເພາະແມ່ນໄດ້ກະກຽມ ແລະ ຈັດສັນຫ້ອງແຍກປ່ຽວ ຊຶ່ງປັດຈຸບັນມີກວ່າ 10 ຫ້ອງຮອງຮັບຊົ່ວຄາວແລ້ວ ໂດຍຖືກຕ້ອງຕາມເຕັກນິກ ແລະ ຫລັກການທີ່ອົງການອະນາໄມໂລກໄດ້ວາງອອກ, ພ້ອມນັ້ນກໍແມ່ນບຸກຄະລາກອນ ແລະ ອຸປະກອນການແພດຮັບໃຊ້ໃຫ້ມີປະສິດທິພາບ, ຖ້າການລະບາດຂອງພະຍາດຫາກແກ່ຍາວ ແລະ ມີການເພີ່ມຂຶ້ນຂອງກໍລະນີຄົນເຈັບຢ່າງຫລວງຫລາຍຈົນລົ້ນຫ້ອງທີ່ພວກເຮົາກະກຽມໄວ້ໃນປັດຈຸບັນ, ພວກເຮົາກໍມີການວາງແຜນຮັບມືເຊັ່ນກັນ ໂດຍຈະນຳໃຊ້ຕຶກໃໝ່ຂອງໂຮງໝໍມິດຕະພາບເຮົາ ເຂດແຍກປ່ຽວ ຊຶ່ງຈະມີຄວາມອາດສາມາດຮອງຮັບ ແລະ ປິ່ນປົວຄົນເຈັບໄດ້ເປັນຈຳນວນຫລາຍເຊັ່ນກັນ ແລະ ເບື້ອງຕົ້ນຫາກພົບກໍລະນີສົງ​ໄສກໍຈະນຳເຂົ້າມາຕິດຕາມເພື່ອແນໃສ່ສະກັດກັ້ນໄວຣັສດັ່ງກ່າວບໍ່ໃຫ້ມີການແຜ່ລະບາດ.

ທ່ານ ສະໜອງ ຍັງເປີດເຜີຍໃຫ້ຮູ້ວ່າ: ໃນຜ່ານມາກໍພົບມີກໍລະນີສົງ​ໄສ 20 ກໍລະນີ ທີ່ມີອາການຄ້າຍຄືຜູ້ຕິດເຊື້ອ COVID-19 ແຕ່ພາຍຫລັງໜ່ວຍແພດໝໍພວກເຮົາໄດ້ສົ່ງຜົນກວດໃຫ້ຫ້ອງວິເຄາະລະບາດວິທະຍາ ກໍພົບຜົນເລືອດອອກເປັນລົບ ແລະ ເພື່ອຢັ້ງຢືນທາງໂຮງໝໍຍັງສົ່ງຜົນກວດໃຫ້ປະເທດຍີ່ປຸ່ນ ແລະ ຜົນອອກມາກໍບໍ່ພົບເຊື້ອພະຍາດ.

    ຜູ້ອຳນວຍການ ໃຫ້ຮູ້ອີກວ່າ: ພາຍຫລັງເກີດການລະບາດດັ່ງກ່າວ, ທາງໂຮງໝໍພວກເຮົາກໍບໍ່ໄດ້ນິ້ງນອນໃຈ ຊຶ່ງໄດ້ເອົາໃຈໃສ່ວຽກງານເຝົ້າລະວັງຢ່າງໃກ້ຊິດ ແລະ ລຽນຕິດຕະຫລອດ 24 ຊົ່ວໂມງ ໂດຍສະເພາະພະນັກງານແພດໝໍໄດ້ປ່ຽນກະເຮັດວຽກຕາມການມອບໝາຍຢ່າງມີຄວາມຮັບຜິດຊອບ, ພ້ອມເອົາໃຈໃສ່ໄປຝຶກອົບຮົມ ເພື່ອຮຽນຮູ້ລະບົບການປິ່ນປົວພະຍາດດັ່ງກ່າວຢ່າງຖືກວິທີ ແລະ ມີການຂໍທຶນສະໜັບສະໜູນຈາກປະເທດໃກ້ຄຽງເພື່ອຂໍຢາປິ່ນປົວພະຍາດນີ້ໃນກໍລະນີທີ່ມີການຕິດເຊື້ອ.

    ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່່າ: ພວກເຮົາມີການເຝົ້າລະວັງ, ກັ່ນຕອງ, ກະກຽມເປັນຢ່າງດີິ ແລະ ໃນປັດຈຸບັນປະເທດເຮົາຍັງບໍ່ທັນມີກໍລະນີຜູ້ຕິດເຊື້ອພະຍາດນີ້ແຕ່ຢ່າງໃດ ແລະ ຖ້າຫາກມີກໍລະນີເກີດຂຶ້ນ ໂຮງໝໍມິດຕະພາບ, ໂຮງໝໍ 103 ແມ່ນໂຮງໝໍທີ່ມີຄວາມສາມາດສະເພາະໃນການຮັບມືກັບພະຍາດນີ້. ສໍາລັບແຕ່ລະແຂວງແມ່ນຖືເອົາໂຮງໝໍແຂວງເປັນຈຸດການຮອງຮັບ ແລະ ປິ່ນປົວເບື້ອງຕົ້ນໃຫ້ມີປະສິດທິຜົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ