ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບ Mazda ກຽມຈັດການແຂ່ງຂັນ ບານເຕະລາຍການ Challenge Cup 2020 ເປັນຄັ້ງທໍາອິດ..!

ອີງຕາມການລາຍງານຂອງສະຫະພັນບານເຕະແຫ່ງຊາດລາວໄດ້ໃຫ້ຮູ້ວ່າ: ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຮ່ວມກັບ ມາຊດ້າ (Mazda) ກຽມຈັດການແຂ່ງຂັນບານເຕະລາຍການ Mazda Challenge Cup ຄັ້ງທີ 1 ປະຈຳປີ 2020 ໂດຍຈະມີການແຂ່ງຂັນ 3 ຮຸ່ນຄື: ຮຸ່ນອາຍຸບໍ່ເກີນ 7 ປີ, 9 ປີ ແລະ 11 ປີ.

ໃນວັນທີ່ 19 ກຸມພານີ້ ທີ່ຫ້ອງປະຊຸມສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີຖະແຫຼງຂ່າວຈັດການແຂ່ງຂັນບານເຕະລາຍການ Mazda Challenge Cup ຄັ້ງທີ 1 ປະຈຳປີ 2020 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ທິບພະເນດ ແກ້ວມະນີວົງ ຜູ້ບໍລິຫານ ບໍລິສັດແກ້ວໂອໂຕກຣຸບຈຳກັດ   (ຜູ້ນໍາເຂົ້າ ແລະ ຈໍາໜ່າຍ MAZDA ທົ່ວປະເທດ) ພ້ອມດ້ວຍຄະນະແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ສໍາລັບ ລາຍການດັ່ງກ່າວແມ່ນເປີດໂອກາດໃຫ້ກັບບັນດາອະນຸຊົນ ແລະ ເຍົາວະຊົນ ບັນດາສະໂມສອນ ແລະ ພາກສ່ວນຕ່າງໆໃນທົ່ວປະເທດ ໄດ້ມີເວທີສະແດງຄວາມສາມາດ ທັງເປັນການຊອກຫານັກກິລາທີ່ມີພອນສະຫວັນ ເພື່ອເປັນນັກກິລາຮຸ່ນສືບທອດໃນອະນາຄົດຕໍ່ໄປ, ເພື່ອໃຫ້ບັນດານັກກິລາໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ຫັນມາຫລິ້ນກິລາເພື່ອສຸຂະພາບ,ແຂງແຮງ ແລະ ຮ່າງໄກຈາກຢາເສບຕິດ

ສ່ວນກົດລະບຽບການແຂ່ງຂັນ U7 ສາມາດລົງທະບຽນນັກກີລາໄດ້ 4-8 ຄົນຕໍ່ທີມ (ໄດ້ທັງຍິງ ແລະ ຊາຍ), U9 ລົງທະບຽນນັກກີລາໄດ້ທີມລະ 6-12 ຄົນ (ໄດ້ທັງຍິງ ແລະ ຊາຍ) ແລະ U11 ລົງທະບຽນນັກກີລາໄດ້ທີມລະ 7-14 ຄົນ (ໄດ້ທັງຍິງ ແລະ ຊາຍ), ສ່ວນວັນແຂ່ງຂັນແມ່ນຈະໄດ້ຈັດຂຶ້ນໃນວັນທີ 30-31 ພຶດສະພາ 2020 ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ, ເລີ່ມຮັບສະໝັກຕັ້ງແຕ່ວັນທີ 19 ກຸມພານີ້ເປັນຕົ້ນໄປທີ່ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ