ຂົວຂ້າມນ້ຳງື່ມເມືອງໄຊຍະບູລີ ສຳເລັດແລ້ວ 75%

ໂຄງການກໍ່ສ້າງຂົວຂ້າມ ນ້ຳຮຸ່ງ 2 ແຫ່ງຄື: ຈຸດບ້ານທ່າ ນາຫາບ້ານນາຍາວ ແລະ ຈຸດ ບ້ານນາເລົາຫາບ້ານນາຕໍ ໃຫຍ່ ເມືອງ ແລະ ແຂວງໄຊ ຍະບູລີມາຮອດປັດຈຸດບັນມີ ຄວາມຄືບໜ້າແລ້ວ 75,30% ແລະ ຄາດວ່າຂົວ 2 ແຫ່ງນີ້ ຈະສຳເລັດໃນ ເດືອນມິຖຸນານີ້, ກ່ອນກຳນົດ ເກືອບປີ.
ຫົວໜ້າໂຄງການກໍ່ສ້າງຂົວ ດັ່ງກ່າວໃຫ້ຮູ້ວ່າ: ສຳລັບການກໍ່ສ້າງຂົວສອງແຫ່ງນີ້ແມ່ນໂຄງການບູລິມະສິດ ໃນແຜນພັດທະນາຂອງ ແຂວງໄຊຍະບູລີປີ 2015-2020 ໂດຍແມ່ນບໍລິສັດ MCE ຈາກປະເທດໂອຕຣິດ ແລະ ລັດວິສາຫະກິດກໍ່ສ້າງ ຄົມມະນາຄົມ (SECC) ດ້ວຍມູນຄ່າທັງໝົດ 6 ລ້ານ 1 ແສນເອີໂຣເປັນເງິນກູ້ຢືມ ບໍ່ມີດອກເບ້ຍ ຈາກລັດຖະ ບານໂອຕຣິດເປັນຂົວປະສົມ ເຫລັກ ແລະ ຄອນກຣີດປູຢາງ 2 ຊັ້ນກວ້າງ 10 ແມັດກວ່າ, ປະກອບມີ 2 ຊ່ອງຈໍລະຈອນ, ມີທາງຍ່າງເບື້ອງລະ 1,5 ແມັດ, ລວງຍາວຂອງຂົວ 100 ກວ່າແມັດ, ປັດຈຸບັນ ຂົວສອງແຫ່ງນີ້ພວມຕິດ ຕັ້ງຮາວກັນຕົກ, ຮາວພະນັກ, ເທຄອນກຣີດ ທາງຍ່າງ ຄາດວ່າຈະໃຫ້ສຳເລັດ ແລະ ເປີດນຳໃຊ້ໃນເດືອນມິຖຸນາ 2020 ນີ້./.

