FA ໄດ້ເຊີນ ເດເລ່ ອັນລີ ເຂົ້າຊີ້ແຈງເຫດຜົນທີ່ໂພສຄິບເຢາະເຢີຍໄວຣັສໂຄໂຣນາ

FA ຫຼື ສະມາຄົມກີລາບານເຕະອັງກິດ
ກຽມເຊີນໂຕ ເດເລ່ ອັນລີ ກອງກາງຄົນເກ່ງຂອງ ທອດແນມ ຮອດສະເປີ ທີມດັງໃນພຣີເມຍລີກອັງກີດ
ເຂົ້າໄປຊີ້ແຈງ ຫຼັງຈາກທີ່ ອັນລີ່ ໂພສຄິບສວມໜ້າກາກອານາໄມໃນສະໜາມບີນແຫ່ງໜື່ງພ້ອມແຄບຊັ່ນເຢາະເຢີຍໄວຣັສໂຄໂຣນາ
ພໍຄິບວິດີໂອດັງກ່າວໄດ້ເຜີຍແພ່ອອກຕາມສື່ສັງຄົມອອນລາຍ ເດ້ລ່ ອັນລີ
ໄດ້ຖືກສັງຄົມວິຈານຢ່າງໜັກວ່າ ໄວຣັສໂຄໂຣນາ ບໍ່ແມ່ນເລື່ອງຕະຫຼົກເພາະເປັນໄວຣັສທີ່ເຮັດໃຫ້ຜູ້ຄົນເສຍຊີວິດຈຳນວນຫຼາຍ

ສຽງວິຈານຈາກສັງຄົມນີ້ເຮັດໃຫ້
ເດເລ່ ອັນລີ ຕ້ອງໄດ້ອອກມາຂໍໂທດຜ່ານສື່ສັງຄົມອອນລາຍຂອງຈີນ Weibo ໂດຍບອກວ່າ:
ຢາກຂໍໂທດສຳຫຼັບຄິບວິດີໂອໃນ snapchat ສຸດທ້າຍກໍ່ໄດ້ລົບຄິບດັ່ງກ່າວອອກ ຂໍໂທດທີ່ເຮັດສະໂມສອນແລະແຟນບານຜິດຫວັງ
ແລະ ຂໍສົ່ງກຳລັງໃຈ,ຄວາມຫວັງດີ,ຄຳພາວະນາ ໃຫ້ທຸກຄົນໃນປະເທດຈີນປອດໄພ

ຫຼ້າສຸດ FA ຫຼື ສະມາຄົມກີລາບານເຕະອັງກິດເຊີນໂຕ ເດເລ່ ອັນລີ ເຂົ້າຊີ້ແຈງເນື່ອງຈາກມີກົດບັງຄັບກ່ຽວກັບການໃຊ້ງານສື່ສັງຄົມອອນລາຍຂອງນັກເຕະ ຫາກຜູ້ເລ່ນໂພສບໍ່ເໝາະສົມສ້າງຄວາມເສື່ອມເສຍໃຫ້ອົງກອນ ແລະ ອາດຖືກພິຈາລະນາໂທດຮ້າຍແຮງ ຫາກພົບວ່າເປັນຂໍ້ຄວາມທີ່ດູຖູກເຊື້ອຊາດ,ສີຜິວ,ສາສະໜາ ຫຼື ຄວາມພິການ

