ສະທ້ອນສຽງຈາກຜູ້ຊົມໃຊ້ຜະລິດຕະພັນຂອງລາວ

ລູກເມືອງພວນ

ສະບາຍດີ ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ພາຍຫລັງໜັງສືພິມ ” ລາວພັດທະນາ ” ໄດ້ຂຽນລົງໃນໜັງສືພິມຂອງຕົນຫຼາຍບົດກ່ຽວກັບວ່າ: ເປັນຫຍັງຄົນລາວຈຶ່ງບໍ່ນິຍົມຊົມໃຊ້ຜະລິດຕະພັນຂອງຕົນເອງທີ່ຜະລິດໄດ້? ອີງຕາມການສະທ້ອນຄືນຈາກຄຳຄິດເຫັນຂອງຜູ້ຊົມໃຊ້ທົ່ວສັງຄົມ ​ໄດ້ສ່ອງແສງໃຫ້ເຫັນບາງສາເຫດດັ່ງນີ້່:

1. ຜະລິດຕະພັນຂອງລາວຄຸນນະພາບບໍ່ສູງ

2. ບໍ່ຄວນນຳເຂົ້າຜະລິດຕະພັນທີ່ຄົນລາວຜະລິດໄດ້ຈາກຕ່າງປະເທດ.

3. ຄວນຍົກເວັ້ນການເກັບພາສີ ແລະ ອາກອນໃນໄລຍະຕົ້ນຂອງການຜະລິດຢູ່​ພາຍ​ໃນ

4. ລາຄາຜະລິດຕະພັນຂອງລາວສູງກ່ວາຜະລິດຕະພັນນຳເຂົ້າຈາກຕ່າງປະເທດ

5. ລັດບໍ່ມີມາດຕະການ ສົ່ງເສີມການຊົມໃຊ້ຜະລິດຕະພັນຂອງລາວຢ່າງຈິງຈັງ

6. ສິນຄ້າຂອງລາວບໍ່ມີການໂຄສະນາ ຈຶ່ງເຮັດໃຫ້ຄົນລາວບໍ່ຮູ້ວ່າລາວຜະລິດຫຍັງໄດ້ແດ່, ມີປະເພດສິນຄ້າໃດ.

7. ລາວບໍ່ມີຜະລິດຕະພັນພຽງພໍຕອບສະໜອງໃຫ້ສັງຄົມ ຈຶ່ງຈຳເປັນຕ້ອງຊົມໃຊ້ຜະລິດຕະພັນນອກ.

8. ຕົ້ນທຶນການຜະລິດສູງ, ຂາຍແພງ.

ເມື່ອໄດ້ຮັບສຽງສະທ້ອນຈາກໃຈຈິງຂອງຜູ້ຊົມໃຊ້ຜະລິດຕະພັນຂອງລາວ ຄືແນວນີ້ແລ້ວ, ພວກເຮົາຄົນລາວທຸກຄົນຕ້ອງມີສະຕິ ແລະ ເປັນເຈົ້າການຊຸກຍູ້ສົ່ງເສີມຜະລິດຕະພັນຂອງລາວຊ່ວຍກັນ  ໂດຍສະເພາະແມ່ນພາກລັດ ທີ່ມີອຳນາດ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງໄດ້ຄົ້ນຄ້ວາ ທິດທາງ, ແນວທາງ ແລະ ນະໂຍບາຍແນວໃດ ເພື່ອຊຸກຍູ້ໃຫ້ມີການຜະລິດຢ່າງແຂງແຮງ, ຜະລິດຕະພັນລາວມີຄຸນນະພາບ, ຕົ້ນທຶນຕໍ່າ, ລາຄາຖືກ ແລະ ອັນທີ່ສຳຄັນຕ້ອງຫ້າມນຳເຂົ້າຜະລິດຕະພັນ​ໃດທີ່ລາວຜະລິດໄດ້, ພັດທະນາການໂຄສະນາສິນຄ້າຂອງລາວໃຫ້ແຂງແຮງ ຢ່າໂຄສະນາແຕ່ສິນຄ້າຕ່າງປະເທດເປັນໃຫ່ຍ. ປຸກລະດົມຈິດໃຈຊາດນິຍົມ ຄົນລາວຊົມໃຊ້ປະລິດຕະພັນຂອງລາວ, ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ ບໍ່ໃຫ້ເງິນຕາຮົ່ວໄຫຼໄປຕ່າງປະເທດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ