ລັດຖະມົນຕີສາທາຢືນຢັນຍັງບໍ່ພົບກໍລະນີຜູ້ຕິດເຊື້ອ ພະຍາດອັກເສບປອດສາຍພັນໃໝ່ຢູ່ລາວ

ລັດຖະມົນຕີກະຊວງສາທາລະນະສຸກຢັ້ງຢືນວ່າ: ປັດຈຸບັນ ລາວຍັງບໍ່ພົບກໍລະນີຕິດເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັສ ພາຍຫລັງສັງຄົມເປັນຫ່ວງເຖິງມາດຕະຖານການວິເຄາະເພື່ອຊອກຫາເຊື້ອພະຍາດ.
ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກຢືນຢັນວ່າ: ກະຊວງສາທາລະນະສຸກໄດ້ເຮັດວຽກຮ່ວມກັບອົງການອະນາໄມໂລກ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງກັບພະຍາດໂຄໂຣນາໄວຮັສ ຜົນການກວດແຕ່ລະຄັ້ງລ້ວນແຕ່ມີປະສິດທີພາບ ຜ່ານເຄື່ອງວິເຄາະຂໍ້ມູນທີ່ໄດ້ມາດຕະຖານ ແລະ ສາມາດຮັບປະກັນໄດ້ຢ່າງແນ່ນອນ. ສະນັ້ນ ຈຶ່ງຫມັ້ນໃຈໄດ້ວ່າ ປັດຈຸບັນຢູ່ລາວເຮົາຍັງບໍ່ມີລາຍງານການຕິດເຊື້ອໂຄໂຣນາສາຍພັນໃຫມ່. ຢ່າງໃດກໍຕາມ ລັດຖະບານ ກໍຄືກະຊວງສາທາລະນະສຸກ ໄດ້ສືບຕໍ່ກະກຽມຄວາມພ້ອມ ເພື່ອຮັບມືກັບພະຍາດນີ້ຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ມີກໍລະນີການຕິດເຊື້ອໃນລາວ ແລະ ຖ້າຫາກພົບຄົນຕິດເຊື້ອຈະພະຍາຍາມຈໍາກັດການລະບາດຢ່າງທັນການ.
ລັດຖະມົນຕີກະຊວງສາທາລະນະສຸກ ຢັ້ງຢືນຕື່ມວ່າ: ລາວມີການລາຍງານກໍລະນີສົງໄສທັງຫມົດ 19 ກໍລະນີ ແຕ່ຜ່ານການກວດວິເຄາະແລ້ວ ບໍ່ພົບເຊື້ອພະຍາດນີ້ແຕ່ຢ່າງໃດ. ສໍາລັບການຕິດຕາມກໍລະນີສໍາຜັດໃກ້ຊິດກັບຄົນເຈັບທີ່ຖືກຢັ້ງຢືນວ່າຕິດເຊື້ອພະຍາດອັກເສບປອດທີ່ເຂົ້າມາທ່ຽວລາວແລ້ວກັບຄືນເມືອກວດພົບຢູ່ຈີນນັ້ນ, ໄດ້ຕິດຕາມຢ່າງໃກ້ຊິດທັງບຸກຄົນທີ່ເຮັດວຽກໃນການບໍລິການກຸ່ມທ່ອງທ່ຽວ, ພະນັກງານຂັບລົດ, ຜູ້ບໍລິການໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ ທຸກຄົນທີ່ມີການສໍາຜັດຢູ່ແຂວງຫລວງພະບາງຈໍານວນ 86 ຄົນ, ແຂວງຫລວງນໍ້າທາ ແລະ ອຸດົມໄຊເຫັນວ່າທັງຫມົດມີສຸຂະພາບແຂງແຮງດີ.

