ເມຍພາຊູ້ເຂົ້າເຮືອນພັກ

ກ່ອນໜ້ານີ້ 3 ປີພວກຂ້ອຍແຕ່ງງານກັນ, ເວລານັ້ນຂ້ອຍອາຍຸ 30 ປີ ລື່ນເມຍ 10 ປີ. ເຖິງແມ່ນຂ້ອຍອາຍຸແກ່ກ່ວາເມຍ ຕັ້ງ 10 ປີກໍຕາມ ແຕ່ບໍ່ໄດ້ເປັນສິ່ງກີດຂວາງໃດໆໃນຄວາມຮັກ. ນັບແຕ່ມື້ເອົາກັນມາຂ້ອຍເອົາໃຈເມຍທຸກຢ່າງ ເບິ່ງແຍງດູແລເປັນຢ່າງດີ, ບໍ່ໄດ້ໃຫ້ເມຍເຮັດວຽກໜັກການໜາ, ບໍ່ມີຄວາມກັງວົນເລື່ອງບັນຫາເງິນໆຄຳໆ ແລະ ຊີວິດການເປັນຢູ່ແຕ່ຢ່າງໃດ. ຍ້ອນຢູ່ສະໜຸກສຸກສະບາຍເກີນໄປ ເມຍກາຍເປັນຄົນຂີ້ຄ້ານ ຢາກແຕ່ເລາະບ້ານຫຼິ້ນກິນຟູມເຟືອຍ ກັບໝູ່ຄູ່ລຸ່ນລາວຄາວດຽວ ຈຶ່ງເກີດມີແນວຄິດອິດສາເພື່ອນໆ ທີ່ມີຜົວໜຸ່ມ ຊຸມແຊວ ແມວໂພງ, ກັບມາເຮືອນກໍມີປາກສຽງກັບຜົວເປັນປະຈຳ, ຕິຜົວຈັ່ງຊັ້ນ ຕິຜົວຈັ່ງຊີ້ ແລະ ເລີ່ມມີຊາຍໜຸ່ມຫຼາຍຄົນຈັບຈ້ອງເບິ່ງຊົມ ແລະ ນຳຕື້ຢູ່ບໍ່ເຊົາ, ໃນທີ່ສຸດເມຍຂ້ອຍກໍມີແຟນໜຸ່ມ, ເຂົາປະຕິເສດທຸກຢ່າງທີ່ຜົວໃຫ້ ແລະ ເອົາໃຈທຸກຢ່າງຜ່ານມາ.

ຢູ່ມາມື້ໜຶ່ງເມຍໄດ້ພາຊູ້ເຂົ້າໄປໃນເຮືອນພັກ, ຈັບໂອກາດດັ່ງກ່າວ ຖ້າໃຫ້ສອງຄົນຈົມຢູ່ໃນຄວາມສຸກແລ້ວ ຂ້ອຍກໍພັງປະຕູຫ້ອງເຂົ້າໄປ ແຕ່ອານິຈາ ສອງຄົນແກ້ເຄື່ອງເປືອຍໂຕ ແບບບໍ່ຮູ້ອາຍ. ຂ້ອຍຕັ້ງສະຕິດີໆ ແລ້ວຍ່າງເຂົ້າໄປຈັບມືຊູ້ຂອງເມຍ ແລ້ວເວົ້າວ່າ: “ເຈົ້າຈົ່ງເບິ່ງແຍງດູແລເຂົາຊ່ວຍຂ້ອຍແດ່, ອວຍພອນໃຫ້ທັງສອງມີຄວາມສຸກທີ່ສົມໃຈ” ເວົ້າແລ້ວຂ້ອຍກໍຍ່າງອອກໄປ.

ພໍຮອດເຮືອນຂ້ອຍ ກໍທຳໃຈເປັນປົກະຕິ ເພື່ອບໍ່ໃຫ້ລູກໆ ເຫັນອາການຂອງຕົນ. ຄຶດຢູ່ດົນຫຼາຍຄືນວ່າ ຈະຕັດສິນໃຈປະກັບເມຍ ແຕ່ຟ້າເອີຍຍັງລູກນ້ອຍຕາດຳໆ ຂອງຂ້ອຍເດຈະເຮັດແນວໃດ? ໃນທີ່ສຸດ ຄວາມຄິດສອງແງ່ທາງ ຂອງຂ້ອຍຄິດວ່າຈະວາງມື ຫຼື ສືບຕໍ່ຢູ່ກັບເຂົາວົນວຽນຢູ່ໃນສະໝອງຢ່າງທໍລະມານ. ຈະເຮັດແນວໃດດີທ່ານຜູ້ອ່ານທຸກຄົນ?

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ