ແຂວງຜົ້ງສາລີຍັງບໍ່ພົບເຫັນມີຜູ້ຕິດເຊື້ອໄວຣັສໂຄໂຣນາ

ເມື່ອມໍ່ໆມານີ້ ໄດ້ມີກະແສຂ່າວທາງສື່ສັງຄົມອອນລາຍອອກມາວ່າ: ຢູ່ແຂວງຜົ້ງສາລີ ມີຜູ້ຕ້ອງສົງໄສວ່າຕິດເຊື້ອພະຍາດອັກເສບປອດສາຍພັນໃຫມ່ ຫລື ໂຄໂຣນາໄວຣັສຈໍານວນ 27 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 3 ຄົນນັ້ນບໍ່ມີມູນຄວາມຈິງ ມັນເປັນພຽງຂ່າວລືຂອງພວກບໍ່ດີເທົ່ານັ້ນ.

ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ສັງຄົມຢ່າຫລົງເຊື່ອ ແລະ ຂໍເຕືອນໃຫ້ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານຢ່າງຖືກຕ້ອງ ເພາະທຸກໆຂໍ້ມູນການລາຍງານຜູ້ຕິດເຊື້ອຂອງທາງ ການລາວແມ່ນສາມາດກວດສອບໄດ້ໂດຍຜ່ານອົງການອະນາໄມໂລກປະຈໍາລາວ ເຊິ່ງບໍ່ມີການປົກປິດຂໍ້ມູນຄວາມຈິງແຕ່ຢ່າງໃດ.

ດັ່ງທ່ານ ດຣ. ສີສະຫວາດ ສຸດທາລີລະໄຊ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາ ລະນະສຸກ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 8 ກຸມພານີ້ວ່າ: ພາຍຫລັງໄດ້ຮັບແຈ້ງວ່າມີສື່ອອນລາຍອອກຂ່າວວ່າຢູ່ແຂວງຜົ້ງສາລີພົບຜູ້ຕິດເຊື້ອພະຍາດດັ່ງກ່າວຫລາຍເຖິງ 27 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 3 ຄົນ, ກະຊວງສາທາລະນະສຸກກໍໄດ້ຮີບຮ້ອນຈັດກອງປະຊຸມຮ່ວມກັບຫນ່ວຍງານແພດຫມໍແຂວງຜົ້ງສາລີຜ່ານໂທລະສັບ ເພື່ອສອບສວນກ່ຽວກັບເລື່ອງນີ້ ພ້ອມທັງແຕ່ງຕັ້ງຫນ່ວຍງານແພດລົງກວດກາຢູ່ບ່ອນສົງໄສຢ່າງລະອຽດ ແລະ ບໍ່ພົບຜູ້ຕິດເຊື້ອ ຫລື ເສຍຊີວິດ ຍ້ອນພະຍາດແຕ່ຢ່າງໃດ ແລະ ປັດຈຸບັນຫນ່ວຍງານສະເພາະກິດໃນການສະກັດກັ້ນພະຍາດນີ້ ຍັງສືບຕໍ່ຕິດຕາມເຝົ້າລະວັງຢ່າງຕໍ່ເນື່ອງ. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ສັງຄົມຈົ່ງໄດ້ເຊື່ອຫມັ້ນຕໍ່ການຈັດຕັ້ງປະຕິບັດວຽກງານຂອງທາງການລາວດ້ວຍ.

ທ່ານ ດຣ. ສີສະຫວາດ ສຸດທາລີລະໄຊ ໃຫ້ຮູ້ຕື່ມວ່າ: ປັດຈຸບັນຢູ່ລາວຍັງບໍ່ພົບເຫັນຜູ້ເປັນພະຍາດອັກເສບປອດສາຍພັນໃຫມ່ນີ້ເທື່ອ ມີພຽງກໍລະນີສົງໄສເທົ່ານັ້ນ ເຊິ່ງບຸກຄົນດັ່ງກ່າວແມ່ນໄດ້ຜ່ານການກວດສຸຂະພາບເປັນຢ່າງດີ ແລະ ໄດ້ຮັບການຢັ້ງຢືນຈາກອົງການອະນານາໂລກວ່າບໍ່ເປັນພະຍາດອັກເສບ ປອດສາຍພັນໃຫມ່ດັ່ງກ່າວ. ແຕ່ເຖິງຢ່າງໃດກໍດີ, ເພື່ອສາມາດສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ເຊື້ອພະຍາດນີ້ເຂົ້າມາຮຸກຮານ ຈຶ່ງຂໍໃຫ້ທຸກຄົນໃນສັງຄົມຄວນຫຼີກລ່ຽງການເດີນທາງໄປເຂດທີ່ມີການລະບາດ ຫຼື ຊຸມຊົນແອອັດ, ຖ້າຈຳເປັນຄວນຫຼີກລ່ຽງການສຳຜັດໃກ້ຊິດກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດເຊັ່ນ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ ປະຕິບັດມາລະຍາດໃນການໄອຈາມດ້ວຍການອັດປາກ ແລະ ດັງ, ໃຊ້ຜ້າອັດປາກ, ລ້າງມືຂອງທ່ານທຸກຄັ້ງດ້ວຍສະບູ ຫຼື ນ້ຳຢາຂ້າເຊື້ອທີ່ມີການສຳຜັດກັບສິ່ງສົງໄສ. ຫຼີກລ່ຽງການສຳຜັດສັດເປັນ ຫຼື ຕາຍ ແລະ ເວລາກ່ອນທີ່ຈະໃສ່ຜ້າອັດປາກ-ດັງແມ່ນລ້າງມືໃຫ້ສະອາດດ້ວຍເຫຼົ້າ, ສະບູ ແລະ ນ້ຳສະອາດ. ເວລາໃສ່ຕ້ອງອັດປົກປິດເອົາປາກ ແລະ ດັງ,ຮັບປະກັນວ່າບໍ່ໃຫ້ມີຊ່ອງຫວ່າງ.ຖ້າພົບເຫັນກໍລະນີສົງໄສວ່າຕິດເຊື້ອພະຍາດນີ້ໃຫ້ໂທແຈ້ງສາຍດ່ວນຫມາຍເລກ 166 ໄດ້ຕະຫລອດ 24 ຊົ່ວໂມງ.

