ພິທີເທທອງຫລໍ່ສຽນພຣະເຈົ້າໄຊຍະເສດຖາທິລາດ ໄດ້ມີຂຶ້ນທີ່ວັດທາດພະໄຊແຂວງອັດຕະປື

      ພິທີ​ເທ​ທອງ​ຫລໍ່​ສຽນ​ພຣະ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິລາດ ​ໄດ້ມີຂຶ້ນໃນຕອນບ່າຍວັນທີ 6 ກຸມພານີ້ ໂດຍການເຂົ້າຮ່ວມຂອງ ພຣະອາຈານ ຫລັກແກ້ວ ມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຮອງປະທານສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ, ພຣະຫລັກຄໍາທັກຂິນສາຣະທັມເມທາຈານ, ມີທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມ​ດ້ວຍອອກຕົນຍາດໂຍມຜູ້​ມີ​ໃຈ​ສັດທາໃນຂອບເຂດທົ່ວປະເທດເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.

      ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ທັງເປັນປະທານຄະນະກໍາມະການຈັດງານ ກ່າວວ່າ: ພິທີອັນເປັນມະຫາບຸນຄຸນນີ້ ຖືເປັນຄັ້ງປະຫວັດສາດທີ່ຂຶ້ນຢູ່ວັດທາດພະໄຊ ເມືອງສະມັກຄີໄຊ ແຂວງດັ່ງກ່າວ ເຊິ່ງໄດ້ກາຍເປັນສູນລວມແຫ່ງຈິດໃຈຂອງປະຊາຊົນລາວບັນດາເຜົ່າ, ສະແດງເຖິງຄວາມສະມາຄີເປັນນໍ້າຫນຶ່ງໃຈດຽວກັນ ເພື່ອເປັນການສັນລະເສີນວິລະກະສັດຂອງຊາດຜູ້ມີຄວາມປີຊາສາມາດ,ສະຫລາດສ່ອງໃສ ແລະ ເປັນບ່ອນສຶກສາ ຮຽນຮູ້ມູນເຊື້ອປະຫວັດສາດອັນດີງາມຂອງຊາດ ໂດຍສະເພາະແມ່ນໃຫ້ລູກຫລານ ໄດ້ຝຶກຜົນຫລໍ່ຫລອມມູນເຊື້ອຮັກຊາດ, ຮັກວັດທະນາທໍາ ທີ່ເປັນເອກະລັກຂອງ​ລາວ​ເຮົາໃຫ້ຫມັ້ນຄົງຕະຫລອດໄປ.

        ພຣະເຈົ້າໄຊຍະເສດຖາທິຣາດ ເກີດເມື່ອປີ ມະເມຍ ພສ 2077, ຄສ 1534 ທີ່ນະຄອນຊຽງທອງ (ຫລວງພະບາງ) ເມື່ອຮອດປີ ຄສ 1560 ພະອົງໄດ້ນໍາພາຍົກຍ້າຍນະຄອນຫລວງຈາກຫລວງພະບາງມາຕັ້ງຢູ່ນະຄອນຫລວງວຽງຈັນ ຕາມເຈຕະນາລົມຂອງພະບິດາ ແລະ ໄດ້ນໍາພາສ້າງບ້ານແປງເມືອງຢູດິນແດນແຫ່ງນີ້ ໃຫ້ຈະເລີນຮຸ່ງເຮືອງ ແລະ ນັບມື້ເຂັ້ມແຂງແຕ່ເຫນືອຮອດໃຕ້.

       ມາຮອດປີ ຄສ 1564 ພຣະເຈົ້າໄຊຍະເຊດຖາທິຣາດ ໄດ້ນໍາແມ່ທັບກອງລົງມາເມືອງອົງການ (ອັດຕະປື) ເປັນຄັ້ງທໍາອິດ ພຣະອົງໄດ້ເລືອກພູມສັນຖານແຫ່ງນີ້ ເປັນບ່ອນຕັ້ງສະນຽດຈັບຊ້າງປ່າມາຝຶກແອບເປັນຊ້າງເສິກ… ຄັ້ງທີສອງ ລະຫວ່າງປີ ພສ 2115, ຄສ 1572 ໄດ້ນໍາພາແມ່ທັບນາຍກອງລົງມາເມືອງອົງການ (ອັດຕະປື) ບັງເອີນໃນເວລານັ້ນພຣະອົງກໍຊົງປະຊວນດ້ວຍພະຍາດໄຂ້ປ່າ ຈົນເຫລືອຄວາມສາມາດຂອງແພດຫມໍ ຈຶ່ງໄດ້ແກ່ສຸຣະຄົດ ທີ່ຄ້າຍຫລວງຂອງເມືອງອົງການ “ທົ່ງຂີ້ຄວາຍ” ແຫ່ງນີ້ເອງ. ພຣະເຈົ້າໄຊຍະເຊດຖາທິຣາດ ເປັນວິລະກະສັດທີ່ປ່ຽມລົ້ນໄປດ້ວຍຄວາມປີຊາສາມາດ, ມີຄວາມສະຫລຽວສະຫລາດ ແລະ ມີຄວາມສາມາດທາງດ້ານການເມືອງ, ການທະຫານ ການຕ່າງປະເທດ ແລະ ດ້ານພຸດທະສາສະຫນາອີກດ້ວຍ. ຈາກປະຫວັດຄວາມເປັນມາ ແລະ ຄຸນງາມຄວາມດີດັ່ງກ່າວ ໂດຍໄດ້ຮັບການຕົກລົງເຫັນດີຈາກສູນກາງພັກ-ລັດຖະບານ, ຄະນະພັກອໍານາດການປົກຄອງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າຊາວແຂວງອັດຕະປື ຮ່ວມກັບປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໄດ້ຮ່ວມກັນປະກອບທຶນຮອນຕາມຈິດ​ໃຈສັດທາໃນການກໍ່ສ້າງອະນຸສາວະລີຂອງສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ ເພື່ອປະດິດສະຖານຢູ່ທີ່ບ້ານຫາດຊາຍຂາວ​ແຫ່ງ​ນີ້.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ