ຕາຍໄປ 10 ວັນແລ້ວ ແຕ່ຍັງໃຫ້ກຳເນີດລູກ

ນາງສາວ Nomveliso Nomasonto Mdoyi ຍິງສາວ ໄວ 33 ປີ ໄດ້ເສຍຊີວິດຢູ່ກັບບ້ານຂອງເຂົາເອງ ທີ່ຕັ້ງຢູ່ໃນໝູ່ບ້ານ Mthayisi  ໃນແຖບຕາເວັນອອກສ່ຽງໃຕ້ ຂອງ ອາຟຣິກກາໃຕ້ ຈາກການຂາດອາກາດຫາຍໃຈ ແລະ ສົບຂອງເຂົາຖືກສົ່ງໄປຍັງບໍລິສັດທີ່ຈັດງານສົບເພື່ອນຳໄປຝັງ. ແຕ່ກ່ອນວັນງານສົບ ຫຼັງຈາກທີ່ເຂົາເສຍຊີວິດໄດ້ 10 ວັນ ໃນຂະນະທີ່ທິມງານກຳລັງຈະຂົນສົ່ງສົບຈາກຫ້ອງເກັບສົບໄປຍັງໂລງສົບ ກໍພົບເຫັນຮ່າງທາລົກ ທີ່ໄຮ້ວິນຍານຢູ່ຫ່ວາງຂາຂອງເຂົາ ເຮັດໃຫ້ພວກທິມງານຕົກໃຈໄປຕາມໆກັນ. ຈາກເຫດການໜ້າເສົ້າສະຫຼົດໃຈຄັ້ງນີ້  ທາງຄອບຄົວຄົວກໍໄດ້ຈັດງານສົບ ແລະ ພິທີຝັງຂອງຜູ້ເປັນແມ່ ແລະ ລູກນ້ອຍ ໂດຍຝັງສົບທາລົກພ້ອມໆກັບແມ່ ແລະ ບໍ່ສົນໃຈເລື່ອງກ່ຽວກັບໄຊຍະສາດແຕ່ຢ່າງໃດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ