ນະຄອນຫລວງຮຽກຮ້ອງໃຫ້ຜູ້ທີ່ຍັງບໍ່ທັນມາແຈ້ງຕອນດິນ ແລະ ຍັງບໍ່ມາຮັບຄ່າຊົດເຊີຍທີ່ດິນຖືກໂຄງການທາງດ່ວນໝາຍເລກ 1 ຮີບຮ້ອນມາເອົາ

ພິທີ​ມອບ​-​ຮັບ​ເງິນ​ຄ່າຊົດ​ເຊີຍ ແລະ ທົດ​ແທນ​ຄ່າ​ເສຍຫາຍ​ໂຄງການ​ທາງ​ດ່ວນ​ນະຄອນຫລວງ​ວຽງ​ຈັນໝາຍ​ເລກ I ຄັ້ງ​ທີ 4  ໄດ້​ຈັດ​ຂຶ້ນ​ໃນວັນທີ 3 ກຸມພານີ້ ຢູ່ສະໂມສອນ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ, ໂດຍ​ການ​ເຂົ້າ​ຮ່ວມ​ມອບຂອງ​ທ່ານ ບຸນ​ທາມ ພຸດ​ທະ​ວົງສາ  ຫົວໜ້າພະແນກຊັບພະຍາກອນທຳ​ມະ​ຊາດ ແລະ ສິ່ງ​​ແວດ​ລ້ອມ ນະຄອນຫລວງ​ວຽງ​ຈັນ, ພ້ອມດ້ວຍປະຊາຊົນທີ່ໄດ້ຮັບການຊົດເຊີຍ​ເຂົ້າ​ຮ່ວມຢ່າງພ້ອມພຽງ.
   

ໃນ​ການ​ມອບ​ເງິນຊົດ​ເຊີຍ​​ຄັ້ງ​ນີ້​ປະກອບ​ມີ 71 ຕອນ​ດິນ ເນື້ອ​ທີ່ 24,30 ເຮັກຕາ.ໂຄງການ​ກໍ່ສ້າງ​ທາງ​ດ່ວນ​ໝາຍ​ເລກ I ນະຄອນຫຼວງ​ວຽງ​ຈັນມີ​ຕອນ​ດິນ​ທີ່​ມີ​ສ່ວນ​ຮ່ວມ​ໂຄງການລວມ​ມີ 2 ເມືອງ ແລະ 21 ບ້ານ​ທີ່​ຖືກ​ໂຄງການ​ກໍ່ສ້າງ​ຄື: ເມືອງ​ໄຊ​ເສດ​ຖາມີ​ຈຳນວນ 14 ບ້ານ ແລະເມືອງ​ໄຊ​ທານີ 7 ບ້ານ ລວມ​ຂອບ​ເຂດ​ພື້ນ​ທີ່ ທີ່​ພັດທະນາ​ຢູ່​ເມືອງ​ໄຊ​ທານີປະກອບ​ມີ​ການ​ຂະຫຍາຍ​ເສັ້ນທາງ​ເຊື່ອມ​ຕໍ່​ລະຫວ່າງ​ທາງ​ດ່ວນ​ວຽງ​ຈັນ​ໝາຍ​ເລກ I ຫາສະຖານີ​ລົດໄຟ​ລາວ​-​ຈີນ, ເຂດ​ສາທາລະນະ​ນຸ​ປະ​ໂພ​ກ​ທີ່​ອຳນວຍ​ຄວາມ​ສະດວກ, ເຂດ​ພັດທະນາ​ທີ່​ຈຳເປັນ ແລະພື້ນ​ທີ່​ຮອງ​ຮັບ​ກິດຈະກຳ​ໂຄງການ, ຊຶ່ງມີ​ໄລຍະ​ແລວ​ທາງ​ທັງ​ໝົດ 15.933 ກິໂລແມັດ ແຕ່​ບໍລິເວນ​ເຂດ​ສະເພາະ​ບຶງ​ທາດຫລວງ-ດົງໝາກ​ຄາຍ, ຊຶ່ງເປັນໂຄງການຍົກລະດັບພື້ນຖານໂຄງລ່າງທາງດ້ານຄົມມະນາຄົມຢູ່ນະຄອນຫລວງວຽງຈັນໃຫ້ມີມາດຕະຖານດີຂຶ້ນ.

ໃນໂອກາດນີ້, ອົງການປົກຄອງນະຄອນຫລວງວຽງຈັນຮຽກຮ້ອງໃຫ້ປະຊາຊົນຜູ້ທີ່ຍັງບໍ່ທັນເຂົ້າມາແຈ້ງຕອນດິນຂອງຕົນໃຫ້ຮີບຮ້ອນມາແຈ້ງກັບພາກສ່ວນຮັບຜິດຊອບເພື່ອມາຮັບເອົາຄ່າຊົດເຊີຍທີ່ດິນຂອງຕົນນັ້ນໃຫ້ທັນເວລາທີ່ກຳນົດໄວ້ໃຫ້ໄດ້ໂດຍໄວ ແລະ ເພື່ອແນປະກອບສ່ວນເຮັດໃຫ້ການກໍ່ສ້າງໂຄງການໄດ້ສໍາເລັດຕາມກໍານົດໄວ້. ພ້ອມນີ້, ທັງເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເປັນຕົ້ນແມ່ນເສັ້ນທາງດ່ວນໃນອະນາຄົດທີ່ມີຄວາມທັນສະໄໝ, ກວ້າງຂວາງ, ສະດວກສະບາຍວ່ອງໄວ ແລະ ປະຢັດເວລາໃນການເດີນທາງ ແລະ ເປັນໂອກາດໃນການພັດທະນາເສດຖະກິດບ້ານເຮົາໃຫ້ໄດ້ໄວຍິ່ງຂຶ້ນອີກດ້ວຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ