ປະທານປະເທດ ບຸນຍັງ ວໍລະຈິດ ຈະຢ້ຽມຢາມ ຣາຊະອານາຈັກກຳປູເຈຍໃນວັນທີ 9-10 ກຸມພາ

ຕາມການແຈ້ງການຂອງກະຊວງການຕ່າງປະເທດໃຫ້ຮູ້ວ່າ: ໂດຍຕອບສະນອງຕາມຄຳເຊື້ອເຊີນຂອງພະບາດສົມເດັດພະບໍລົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫະກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນ ຈະເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ຣາຊະອານາຈັກ ກຳປູເຈຍໃນລະຫວ່າງວັນທີ 9-10 ກຸມພາເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະການຣ່ວມມືທີ່ດີ ລະຫວ່າງລາວ ແລະ ກຳປູເຈຍ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ