ງານມະຫາກຳກິລາແຫ່ງຊາດ ເຈົ້າພາບຊຽງຂວາງຈະຫຼຸດຄ່າທີ່ພັກລົງ 20%

ໃນໄລຍະງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ 2020, ເຈົ້າພາບຊຽງຂວາງຈະຫຼຸດຄ່າທີ່ພັກລົງ 20% ໃນໄລຍະເປັນເຈົ້າພາບຈັດງານ ໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020, ເພື່ອຮອງຮັບແຂກ ແລະ ສ້າງຄວາມດຶງດູດໃຈຂອງຜູ້ມາທ່ອງທ່ຽວແຂວງຊຽງຂວາງ
ອີງຕາມການລາຍງານຂອງເວັບໄຊລາວໂພສ ເມື່ອວັນທີ 4 ກຸມພາຜ່ານມາ ໃຫ້ຮູ້ວ່າ: ປະຈຸບັນ ອຳນາດການປົກຄອງ ແຂວງ ຊຽງຂວາງ ກໍາລັງກະກຽມອອກຂໍ້ຕົກລົງແຈ້ງການໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກພາຍໃນແຂວງ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະເປັນເຈົ້າພາບຈັດງານ ມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ແລະ ເລັ່ງໃຫ້ປັບປຸງສະຖານທີ່ທ່ອງທ່ຽວຕ່າງໆໃຫ້ດີຂຶ້ນ ເພື່ອຮອງຮັບແຂກ ແລະ ສ້າງຄວາມດຶງດູດໃຈຂອງຜູ້ມາທ່ອງທ່ຽວແຂວງ ຊຽງຂວາງ.
ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າ ພະແນກ ສຶກສາທິການ ແລະ ກິລາ ແຂວງ ຊຽງຂວາງ ໄດ້ໃຫ້ສຳພາດ ກັບສື່ມວນຊົນໃຫ້ຮູ້ວ່າ: ເພື່ອຮອງຮັບແຂກທີ່ຈະເດີນທາງເຂົ້າມາທ່ຽວ ແລະ ຊົມການແຂ່ງຂັນກິລາຄັ້ງນີ້ ພະແນກ ສຶກສາທິການ ແລະ ກິລາ ແຂວງຈຶ່ງໄດ້ຈັດການຝຶກອົບຮົມໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກ ເພີ່ອກຽມພ້ອມການຕ້ອນຮັບແຂກໃຫ້ໄດ້ມາດຕະຖານສາກົນ ແລະ ໄດ້ອອກແຈ້ງການໃຫ້ຜູ້ປະກອບການປັບປຸງບ່ອນພັກແຮມຂອງຕົນໃຫ້ມີຄວາມງາມ,ສະອາດ ແລະ ສະດວກສະບາຍ ເພື່ອຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ມາເຂົ້າຊົມງານກິລາແຫ່ງຊາດໃນຄັ້ງນີ້ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆຂອງແຂວງຊຽງຂວາງ
ທ່ານ ສີວິໄລ ອຸດົມສຸກ ໃຫ້ຮູ້ຕື່ມອີກວ່າ: ປະຈຸບັນ ແຂວງ ຊຽງຂວາງ ມີໂຮງແຮມ 21 ແຫ່ງ ແລະ ເຮືອນພັກ 129 ແຫ່ງ ສາມາດຮອງຮັບແຂກໄດ້ 3.000 ກວ່າຄົນຕໍ່ຄືນ, ໃນນັ້ນ ແຂວງ ຊຽງຂວາງ ມີສະຖານທີ່ທ່ອງທ່ຽວເປິດບໍລິການທັງໝົດ 43 ແຫ່ງ ປະກອບມີ ແຫຼ່ງທ່ອງທ່ຽວດ້ານວັດທະນະທຳ 19 ແຫ່ງ, ທຳມະຊາດ 12 ແຫ່ງ ແລະ ປະຫັວດສາດ 12 ແຫ່ງ ທີ່ໄດ້ຮັບການປັບປຸງໃໝ່ໃຫ້ສວຍງາມ ແລະ ສະດວກສະບາຍ ໂດຍສະເພາະ ສະຖານທ່ອງທ່ຽວ ທົ່ງໄຫຫີນທີ່ໄດ້ເປັນມໍລະດົກໂລກ, ຖໍ້າປິວ ແລະ ອື່ນໆ
ນອກຈາກນີ້ ຄະນະການນຳແຂວງ ຊຽງຂວາງ ໄດ້ກໍານົດເອົາໄຫຫີນທີ່ເປັນວັນຖຸບູຮານມີອາຍຸຫຼາຍພັນປີ ທີມີຄວາມໝາຍສຳຄັນ ແລະ ລືຊື່ທາງປະຫວັດສາດ ເຊິ່ງເປັນມໍລະດົກ ຂອງແຂວງຊຽງຂວາງ ກໍ່ຄືຂອງຊາດ ປະກອບໃສ່ສັນຍາລັກ ຂອງງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020.

