ການວາງແຜນຜັງເມືອງມີຄວາມສຳຄັນແນວໃດ?

ລູກເມືອງພວນ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ຖ້າເບິ່ງເຜີນໆຄິດວ່າການວາງແຜນຜັງເມືອງບໍ່ມີຄວາມສຳຄັນຫຍັງເລີຍ, ແຕ່ໃນຄວາມເປັນຈິງແລ້ວ ການວາງແຜນຜັງເມືອງມີຄວາມສຳຄັນຫຼາຍ. ດັ່ງທີ່ຫຼາຍທ່ານຫຼາຍຄົນຜູ້ເຄີຍໄປຫລາຍປະເທດມາແລ້ວຈະໄດ້ຮູ້ໄດ້ເຫັນວ່າ ດິນແຕ່ລະເຂດແຕ່ລະຕອນລ້ວນແຕ່ນອນຢູ່ໃນແຜນຜັງພັດທະນາຂອງລັດຖະບານທັງນັ້ນ. ໝາຍຄວາມວ່າ ດິນເປັນກຳມະສິດຜູກຂາດຂອງລັດ, ບໍ່ມີຜູ້ໃດສາມາດຈັບຈ່ອງໄດ້. ໃນເມື່ອມີການພັດທະນາຈຶ່ງບໍ່ມີີຄວາມສ່ຽງຕໍ່ການຊົດໃຊ້, ທົດແທນ ຫຼື ເວນດິນຄືນຄືຢູ່ບ້ານເຮົາ ຊຶ່ງອັນນັ້ນມັນເປັນການສູນເສຍງົບປະມານມະຫາສານຂອງລັດຖະບານ ຫຼື ຂອງບໍລິສັດຜູ້ຮັບເໝົາກໍ່ສ້າງ ອັນເປັນສາເຫດພາໃຫ້ການດຳເນີນໂຄງການຕ່າງໆຊັກຊ້າ, ແກ່ຍາວ.
ການວາງແຜນຜັງເມືອງມີຄວາມສຳຄັນຫລາຍ ເຊິ່ງກ່ອນອື່ນໝົດແມ່ນເຮັດໃຫ້ບ້ານເມືອງມີຄວາມຈົບງາມ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະດວກໃນການສັນຈອນໄປມາ ແລະ ມີຄວາມທັນສະໄໝອະລັງການ, ສ້າງທັດສະນີຍະພາບທີ່ງົດງາມເປັນໜ້າເບິ່ງໜ້າຊົມດັ່ງຫຼາຍໆຕົວເມືອງໃຫຍ່ໃນໂລກເຊັ່ນ: ນິວຢອກ, ໂຕກຽວ, ປັກກິ່ງ, ລອນດອນ, ປາຣີສ. ດ້ານໜຶ່ງອີກ ຍາມເກີດອັກຄີໄພ ຫຼື ມີເຫດຈຳເປັນເກີດຂຶ້ນ ການເຂົ້າເຖິງເພື່ອໃຫ້ການຊ່ວຍເຫຼືອກໍມີຄວາມສະດວກສະບາຍ ແລະ ທັນການ, ການຈັດສັນເລກທີ່ບ້ານເຮືອນ, ຄຸ້ມ, ຖະໜົນມີຄວາມສະດວກ ເວລາການຊອກຫາກໍສະດວກສະບາຍບໍ່ຫຍຸ້ງຍາກ ບໍ່ສ້າງຄວາມສັບສົນທີ່ຈະຕ້ອງໄປຊອກຫາຢູ່ໃນຮ່ອມເລັກໆນ້ອຍໆ ທາງຄົດມະລ໊ອກງອກແງະສ້າງຄວາມຫຍຸ້ງຍາກ. ຖ້າເຮົາຫາກສັງເກດເບິ່ງຕົວເມືອງໃຫຍ່ໆຢູ່ບ້ານເພິ່ນ ເຮົາຈະເຫັນວ່າສ່ວນໃຫຍ່ຈະເປັນຮູບຕາກາໂລ ຫຼື ເປັນຮູບຈະຕຸລັດ, ຖະໜົນຫົນທາງຊື່ຕົງ, ກວ້າງຂວາງສະອາດງາມຕາ, ການສັນຈອນສະດວກສະບາຍ. ອັນທີ່ໃຫຍ່ໄປກວ່ານັ້ນ ກໍຄືມີການວາງແຜນເຂດພັດທະນາເສດຖະກິດທີ່ທັນສະໄໝເຊັ່ນ: ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ເຂດອຸດສາຫະກຳ, ເຂດທ່ອງທ່ຽວ, ເຂດສູນກາງການຄ້າ, ເຂດຊຸມຊົນ ແລະ ອື່ນໆ.
ຢູ່ບ້ານເຮົາການວາງແຜນຜັງເມືອງຕົວເມືອງຍັງບໍ່ທັນໄດ້ໃຫ້ຄວາມສຳຄັນເທົ່າໃດ, ບໍ່ທັນມີການອອກແບບຕົວເມືອງໃຫ້ທັນສະໄໝ ແລະ ສວຍງາມ, ຕົວເມືອງຍັງມີລັກສະນະສັບສົນຢູ່, ຖະໜົນຫົນທາງຄັບແຄບ, ຄົດລ້ຽວ, ມີຫຼາຍຮ່ອມນ້ອຍຮ່ອມເລັກສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນໄປມາ ໂດຍສະເພາະເວລາເກີດອັກຄິໄພການເຂົ້າເຖິງເພື່ອໃຫ້ການຊ່ວຍເຫຼືອມີຄວາມຫຍຸ້ງຍາກຫຼາຍ, ບໍ່ມີຄວາມຈົບງາມ, ຂາດຄວາມເປັນລະບຽບຮຽບຮ້ອຍສະອາດງາມຕາ, ບໍ່ມີການແບ່ງເຂດທີ່ຈະແຈ້ງ, ການຊອກຫາກັນມີຄວາມຫຍຸ້ງຍາກ. ພວກເຮົາຈະສັງເກດເຫັນສະພາບໃນປັດຈຸບັນວ່າ ການປຸກເຮືອນຊານບ້ານຊ່ອງແມ່ນຊະຊາຍບໍ່ມີແບບມີແຜນຫຍັງເລີຍ ເອົາແຕ່ຜູ້ຢາກເຮັດຢາກສ້າງກໍເຮັດຕາມແຕ່ໃຈມັກແນວໃດກໍໄດ້, ຮ້າຍແຮງໄປກວ່ານັ້ນ ຍັງມີການກໍ່ສ້າງຕັນຖະໜົນຫົນທາງ, ລຸກລໍ້າເອົາຫົນທາງ, ຢຶດຄອງເອົາຄອງເໝືອງຊົນລະປະທານ, ຜູ້ໃດກໍບໍ່ຍອມເສຍຕາດິນແມ່ນແຕ່ໜ້ອຍດຽວ ຈິ່ງເຮັດໃຫ້ຖະໜົນຄັບແຄບ, ຄົດລ້ຽວບໍ່ມີຄວາມເປັນລະບຽບຈົບງາມ, ການສັນຈອນມີຄວາມຫຍຸ້ງຍາກ ແມ່ນແຕ່ຢາກອວ່າຍລົດ, ລ້ຽວລົດກໍທັງຍາກ. ຮ້າຍແຮງໄປກວ່ານັ້ນ ເຂດການຜະລິດ, ເຂດອຸດສາຫະກຳ ແລະ ຊຸມຊົນຍັງປົນເລກັນຢູ່ ອັນໄດ້ສ້າງມົນລະພິດໃຫ້ແກ່ຊຸມຊົນ ແລະ ສຸຂະພາບຮ່າງກາຍຂອງຄົນເຮົາບໍ່ໜ້ອຍ.
ເຖິງເວລາແລ້ວບໍທີ່ພວກເຮົາຈະຕ້ອງໃຫ້ຄວາມສຳຄັນຕໍ່ການວາງແຜນຜັງຕົວເມືອງໃຫ້ມີຄວາມຈົບງາມແຕ່ຫົວທີ ເຊິ່ງຈະບໍ່ສວາຍເກີນແກ້ໃນເຂດຊຸມຊົນທີ່ຈະຂະຫຍາຍໃໝ່ເຊັ່ນ: ເຂດດົງໝາກຄາຍ, ເຂດໜອງຍາວ, ເຂດບ້ານນາທົ່ມ, ເຂດບ້ານແດນເມືອງ, ເຂດທົ່ງຮາບ. ອົງກອນຂອງລັດທີ່ກ່ຽວຂ້ອງຕ້ອງເຂົ້າໄປກວດກາຄືນ ແລະ ວາງແຜນໄວ້ລ່ວງໜ້າກ່ອນຈະໃຫ້ຊຸມຊົນເຂົ້າໄປຢູ່ແມ່ນຈະເປັນການດີທີ່ສຸດ.

