IMF ​ເຕືອນ ​ໄວຣັສ​ໂຄ​ໂຣນາ ດຶງ​ເສດຖະກິດ​ໂລກ​ຊ້າ​ລົງ

       ທ່ານ ນາງ ຄຣິສຕາ​ລິ​ນາ ຈີ​ອໍ​ຈີ​ວາ ຜູ້ອຳນວຍການ IMF ​ເຕືອນ​ວ່າ: ການ​ແຜ່​ລະບາດ​ຂອງ​ໄວຣັສ​ໂຄ​ໂຣນາສາ​ຍພັນ​ໃໝ່ ກຳລັງ​ຄຸກ​ຄາມ​ການ​ເຕີບ​ໃຫຍ່​ຂອງ​ເສດຖະກິດ​ໂລກ ​ແລະ ປັດຈຸບັນ ​ເລີ່​ມ​ເຮັດ​ໃຫ້​ຜົນ​ຜະລິດ​ທາງ​ດ້ານ​ອຸດສາຫະກຳ​ຫລຸດ​ລົງ​ຈົນ​ປາກົດ​ຜົນ​ຕໍ່​ລະບົບ​ຕ່ອງ​ໂສ້​ອຸປະ​ທານ​ໂລກ.

      ຜູ້ອຳນວຍການ IMF ລະບຸ​ວ່າ: ຈາກ​ການ​ແຜ່​ລະບາດ​ສົ່ງ​ຜົນກະທົບ​ເຮັດ​ໃຫ້​ເສດຖະກິດ​ໂລກ​ຂະຫຍາຍຕົວ​ຊ້າ​ລົງ​ແນ່ນອນ, ​ແຕ່​ໃນ​ໄລຍະ​ຍາວ​ຍັງ​ບໍ່​ແນ່ນອນ ຕ້ອງ​ປະ​ເມີນ​ການ​ຮັບ​ມື​ຕໍ່​ການ​ແຜ່​ລະບາດ​ວ່າ​ມີ​ປະສິດທິພາບ ຫລືວ່າ ມີ​ຄວາມ​ວ່ອງ​ໄວ​ພຽງ​ໃດ.

      ນອກຈາກ​ນີ້ IMF ຍັງ​ຄາດ​ກະ​ວ່າ: ​ເສດຖະກິດ​ໂລກ​ຈະ​ຂະຫຍາຍຕົວ​ໃນ​ອັດຕາ 3,3% ​ໃນ​ປີ​ນີ້, ​ແຕ່​ການ​ເຕີບ​ໃຫຍ່​ຍັງ​ເປັນ​ໄປ​ຢ່າງ​ຊັກ​ຊ້າ​ທ່າມກາງ​ປັດ​ໄຈ​ສ່ຽງ​ຮອບດ້ານ ລວມທັງ​ການ​ແຜ່​ລະບາດ​ຂອງ​ໄວຣັສ​ໂຄ​ໂຣນາ ​ເຊິ່ງ IMF ກຽມ​ເຜີຍ​ແຜ່​ລາຍ​ງານ​ປະ​ເມີນ​ເສດຖະກິດ​ໂລກ​ຮອບ​ໃໝ່​ທີ່​ມີ​ຕົວ​ແປ​ຄື ການ​ແຜ່​ລະບາດ​ຂອງ​ໄວຣັສ​ໂຄ​ໂຣນາບ​ວກການ​ພິຈາລະນາ​ໃນຕົ້ນ​ເດືອນ​ນີ້ ​ແລະ ຄວາມ​ກັງວົນ​ກ່ຽວ​ກັບ​ການລະບາດ​ຂອງ​ໄວຣັສຊະນິດ​ນີ້​ເຮັດ​ໃຫ້​ນັກ​ລົງທຶນ​ໃນ​ຕະຫລາດ​ຫຸ້ນ​ເກີດ​ອາການ​​ແຕກ​ຕື່ນ​ຈົນ​ເຮັດ​ໃຫ້​ດັດຊະນີ​ດາວ​ໂຈນ ຕະຫລາດ​ຫຸ້ນ​ອາ​ເມ​ລິ​ກາ​ຫລຸດ​ລົງ​ກວ່າ 600 ຈຸດ​ຊ່ວງ​ປິດ​ຕະຫລາດ​ໃນ​ວັນ​ທີ 31 ມັງກອນ​ຜ່ານ​ມາ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ