ລາວ-ໄທ ກຽມຈັດວາງສະແດງສິນຄ້າເພື່ອກະຕຸ້ນເສດຖະກິດສອງປະເທດ

ໃນທ້າຍອາທິດຜ່ານມານີ້, ສະຖານເອກອັກຄະລາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ປັດຈຸບັນກະກຽມຈັດງານວາງສະແດງສິນຄ້າທ໋ອບໄທແບຣນ (TOP Thai Brands 2020) ຂຶ້ນໃນລະຫວ່າງວັນທີ 4-8 ມີນານີ້ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ໂດຍມີຫົວຂໍ້ວ່າ: “ໄທ-ລາວ ຕໍ່ຍອດອະນາຄົດ ເປີດໂລກການຄ້າໄຮ້ພົມແດນ” ເຊິ່ງໄດ້ນຳເອົາສິນຄ້າກ່ຽວກັບນະວັດຕະກຳອາຫານ, ເຄື່ອງດື່ມ, ຜະລິດຕະພັນກ່ຽວກັບການຮັກສາສຸຂະພາບ, ຄວາມງາມ, ຜະລິດຕະພັນກະສິກຳ, ເຄື່ອງນຸ່ງຫົ່ມ, ສິນຄ້າອຸປະໂພກ-ບໍລິໂພກ ແລະ ອື່ນໆ ລວມເຖິງສິນຄ້າ ODOP-OTOP ຈາກລາວ ແລະ ໄທເຂົ້າຮ່ວມຫລາຍກວ່າ 230 ຫ້ອງ ແລະ ຄາດວ່າຈະມີມວນຊົນເຂົ້າຮ່ວມງານດັ່ງກ່າວຫລາຍກວ່າ 60.000 ຄົນ.
ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ-ການຄ້າລາວ ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າມີຄວາມພະຍາຍາມເສີມສ້າງສະພາບແວດລ້ອມໃນດ້ານການຄ້າ-ການລົງທຶນພາຍໃນປະເທດ ແລະ ການຮ່ວມມືດ້ານການຄ້າກັບຕ່າງປະເທດ ໂດຍສະເພາະບັນດາປະເທດໃກ້ຄຽງໃຫ້ນັບມື້ຫລາຍຂຶ້ນ ພິເສດແມ່ນປະເທດໄທທີ່ມີຊາຍແດນຕິດກັບປະເທດເຮົາເປັນຈຳນວນຫລາຍນັ້ນໃຫ້ມີບັນຍາກາດຟົດຟື້ນຍິ່ງຂຶ້ນ.
ທີ່ປຶກສາຝ່າຍການຄ້າ ສະຖານທູດໄທ ປະຈຳລາວ ກ່າວວ່າ: ງານວາງສະແດງສິນຄ້າດັ່ງກ່າວໄດ້ຈັດຂຶ້ນທຸກປີ ແລະ ປີນີ້ເປັນຄັ້ງທີ 5 ເຊິ່ງໃນປີຜ່ານມາ ງານດັ່ງກ່າວແມ່ນໄດ້ເຮັດໃຫ້ມີເງິນໝູນວຽນຈາກການຊື້-ຂາຍສິນຄ້າບັນລຸຫລາຍກວ່າ 150 ລ້ານບາດ (ສະກຸນເງິນໄທ) ແລະ ປີນີ້ໄດ້ຕັ້ງເປົ້າໝາຍໄວ້ໃຫ້ບັນລຸ 200 ລ້ານບາດ ເຊິ່ງຕົວເລກດັ່ງກ່າວຈະຊ່ວຍກະຕຸ້ນເສດຖະກິດຂອງສອງປະເທດ ແລະ ສ້າງໂອກາດການຮ່ວມມືດ້ານການຄ້າ-ການລົງທຶນລະຫວ່າງຜູ້ປະກອບການ ລາວ ແລະ ໄທ ໄດ້ດີນຳອີກ.

