ການແຜ່ເຊື້ອຂອງໄວຣັສ ໂຄໂຣນາ

ວັນທີ 30 ມັງກອນນີ້ ກະຊວງສາທາລະນະສຸກ ລັດ ນິວຊາວເວວ (New South Wales) ອົສຕາລີ ອອກມາເຕືອນວ່າ ໄວຣັສ ໂຄໂຣນາ ສາຍພັນໃໝ່(2019-nCoV) ອາດຈະແຜ່ເຊື້ອຈາກຄົນສູ່ຄົນໄດ້ພາຍໃນເວລາ 15 ນາທີ ຖ້າຫາກມີການພົວພັນທີ່ໃກ້ສິດກັບຄົນໄຂ້ເຊັ່ນ ໂອ້ລົມກັບຄົນໄຂ້ໂດຍຕົງ ຫຼື ມີການເຄື່ອນໄຫວຮ່ວມກັນກັບຄົນໄຂ້ໃນສະພາບແວດລ້ອມທີ່ຄັບແຄບເປັນເວລາ 2 ຊົ່ວໂມງ.

ອົງການການແພດຈີນໃຫ້ຮູ້ວ່າ ຜູ້ທີ່ມີເຊື້ອໄວຣັສຢູ່ໃນຕົວແລ້ວ ກໍສາມາດຕິດຕໍ່ໄປໃສ່ຄົນອື່ນໄດ້ຄ້າຍຄືກັນກັບ ໄຂ້ຫວັດໃຫ່ຍ ໂດຍຜ່ານການ ໄອ ຫຼື ຈາມ.

ຕາມທ່ານໝໍໃຫ້ຮູ້ວ່າ ເຖິງແມ່ນໄວຣັສຊະນິດນີ້ຈະບໍ່ມີການຕິດຕໍ່ໄດ້ງ່າຍຄືກັນກັບ ໂຣກຫັດ(Measles) ກໍຕາມ ແຕ່ມັນສາມາດຕິດຕໍ່ໄດ້ດ້ວຍຫຼາຍວິທີທາງ.

ມັນຕ່າງກັບໄວຣັສທີ່ປິວໄປຕາມອາກາດ ມັນອາດຈະໄປໄດ້ໄກ ແຕ່ໄວຣັ ໂຄໂຣນາ ຈະຕິດຕໍ່ໄດ້ກໍຕໍ່ເມື່ອ ຜູ້ຕິດເຊື້ອໄອ ຫຼື ຈາມ ຊຶ່ງເຮັດໃຫ້ນໍ້າລາຍກະເດັນໄປໄກ 1-2 ແມດ, ຜູ້ອື່ນອາດຈະຕິດເຊື້ອໄດ້ໃນເມື່ອໄປຖືກກັບນໍ້າລາຍຂອງຄົນໄຂ້ ແລ້ວ ເອົາມືມາໃກ້ກັບດັງ ຫຼື ປາກ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ