“ຫົງແດງ” ຂຽນໜ້າປະຫວັດສາດ ເອົາຊະນະທຸກທີມໃນພຣີເມຍລີກອັງກິດ ພຽງລະດູການດຽວໄດ້ແລ້ວ

ສະໂມສອນບານເຕະ ລິເວີພູລ ຈ່າຝູງແຫ່ງເສີກພຣີເມຍລີກອັງກິດໃນຂະນະນີ້ ສາມາດເອົາຊະນະທຸກໆທີມໃນການຫຼິ້ນລີກສູງສຸດຂອງອັງກິດໄດ້ຢ່າງໜ້ອຍ 1 ນັດ ໄລຍະເວລາພາຍໃນລະດູການດຽວກັນໄດ້ແລ້ວ ນັບລວມສະໄໝກ່ອນທີ່ໃຊ້ຊື່ ດິວິຊັນ ແລະ ປັດຈຸບັນເປັນ ພຣີເມຍລີກ ໄດ້ເປັນຄັ້ງທໍາອິດຂອງສະໂມສອນ ຈາກນັດຫຼ້າສຸດຊະນະ ເວສແຮມ ຢູໄນເຕັດ 2-0 ເມື່ອວັນທີ 29 ມັງກອນ 2020.

ເຊິ່ງເປັນຄັ້ງທີ 13 ທີ່ທີມໃນລີກສູງສຸດຂອງອັງກິດ ສາມາດເອົາຊະນະຄົບທຸກທີມໄດ້ຢ່າງໜ້ອຍ 1 ນັດໃນລະດູການດຽວກັນ ແລະ ຖ້າຫາກວ່ານັບສະເພາະໃນສະໄໝທີ່ໃຊ້ຊື່ ພຣີເມຍລີກອັງກິດ ກໍເປັນສະໄໝທີ 6 ໂດຍໃນສະ ໄໝຂອງ ພຣີເມຍລີກ ທີມທີ່ເຄີຍເຮັດໄດ້ແບບນັ້ນຄື: ເຊລຊີ ລະດູການ 2005-2006, ແມນເຊັດເຕີ ຢູໄນເຕັດ 2010-2011 ກັບ 2017-2018 ແລະ ແມນເຊັສເຕີ ຊິຕີ້ 2017-2018 ກັບ 2018-2019

ສະຫຼຸບທີມໃນພຣີເມຍລີກອັງກິດ ທີ່ຊະນະທຸກທີມໄດ້ຢ່າງໜ້ອຍ 1 ນັດໃນລະດູການດຽວກັນນັບແຕ່ປີ 2000 ເປັນຕົ້ນມາມີດັ່ງນີ້:
-ລິເວີພູລ 2019-2020 ຊະນະ 19 ທີມ
-ແມນເຊັສເຕີ ຊິຕີ້ 2018-2019 ຊະນະ 19 ທີມ

-ແມນເຊັສເຕີ ຊິຕີ້ 2017-2018 ຊະນະ 19 ທີມ
-ແມນເຊັສເຕີ ຢູໄນເຕັດ 2017-2018 ຊະນະ 19 ທີມ
-ແມນເຊັສເຕີ ຢູໄນເຕັດ 2010-2011 ຊະນະ 19 ທີມ
-ເຊລຊີ 2005-2006 ຊະນະ 19 ທີມ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ