ຮັກແທ້ ບໍ່ແຄທຸກ

ເວບໄຊຕ່າງປະເທດເປີດເຜີຍວ່າ: ມີຄູ່ຮັກຊາວ ໂຄໂລມເບຍ ຄູ່ໜຶ່ງ ທີ່ຕັດສິນໃຈ ໃຊ້ທໍ່ລະບາຍນໍ້າ ເປັນເຮືອນຫໍ ຢູ່ກິນຮ່ວມກັນຢ່າງມີຄວາມສຸກດົນກ່ວາ 22 ປີ. ຜູ້ເປັນຜົວມີຊື່ວ່າ ມີເກີເລດເທໂປ ແລະ ເມຍ ຊື່ວ່າ ມາເລຍ ກາເຊຍ ຫຼັງຈາກທີ່ທັງຄູ່ ເລີກຢາເສບຕິດໄດ້ແລ້ວ ຈຶ່ງໜີຊີວິດວຸ້ນວາຍໃນເມືອງ ອອກສູ່ຊົນນະບົດເພື່ອເລີ່ມຊີວິດໃໝ່ ແຕ່ພວກເຂົາກັບເລືອກເອົາທໍ່ນໍ້າເປັນເຮືອນຫໍຢູ່ກິນນຳກັນ ແລະ ລ້ຽງໝາຄູ່ໃຈໄວ້ 1 ໂຕ.

ຊຶ່ງໃນເຮືອນຫໍຂອງເຂົາມີໂທລະທັດ, ບ່ອນນອນ, ເຕົາແກັດ. ເບິ່ງຄືວ່າລຽບງ່າຍ ແລະ ສະອາດສະອາງດີ ແຕ່ຫາກເຕັມໄປດ້ວຍກີ່ນເໝັນ ແລະ ສິ່ງສົກກະປົກ. ເຖິງແມ່ນບ່ອນພັກພາອາໄສຂອງເຂົາຈະບໍ່ເປັນເຮືອນກໍຕາມ ແຕ່ພວກເຂົາໃຊ້ຊີວິດຮ່ວມກັນຢ່າງມີຄວາມສຸກ ເຖິງແມ່ນຈະຕົກທຸກໄດ້ຍາກປານໃດກໍຕາມ ແຕ່ກໍຍັງຮັກກັນ ບໍ່ສົນນຳຄຳຄົນທີ່ນິນທາ ຖືວ່າພວກເຂົາເປັນຄົນແປກປະຫຼາດຈາກຊາດມະນຸດກໍຕາມ.

ນີ້ແຫຼະ ຄວາມຮັກບໍ່ແມ່ນຢູ່ທີ່ເງິນຫຼາຍ ເຮືອນຫຼັງໃຫ່ຍ ລົດຄັນຫຼູ ແຕ່ຫາກຢູ່ທີ່ໃຈ ຢູ່ທີ່ຄວາມຮັກທີ່ອອກມາຈາກຫົວໃຈຈິງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ